ລາວ-ອິນໂດໄຊນາກຣຸບ ຜູ້ນໍາໜ້າການຜະລິດທ່ີເປັນມິດຕໍ່ສິ່ງແວດລ້ອມ

(13/02/2013) ໂຮງງານຜະລິດແປ້ງມັນຕົ້ນບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນ ໄດ້ເອົາໃຈໃສ່ໃນການດຳເນີນທຸລະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ໃນອາທິດຜ່ານມາ ຍິ່ງເປັນຂ່າວດີ ສຳລັບອຸດສາຫະກຳແປ້ງມັນຕົ້ນໃນ ສ ປປ ລາວ ເຮົາ ໂດຍສະເພາະແມ່ນໂຮງງານດັ່ງກ່າວຈະໄດ້ນຳໃຊ້ແກັດ ຊີວະພາບ ເປັນເຊື້ອໄຟເຂົ້າໃນການຜະລິດ ເພື່ອຫຼຸດຜອ່ນຕົ້ນທຶນ ໃນການຜະລິດ ແລະ ຈະເຮັດໃຫ້ກາຍເປັນຜູ້ນຳດ້ານການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ. ທ່ານ ແສງມາລີ ແສງວັດທະນາ ປະທານສະພາ ຜູ້ອຳນວຍການ ບໍລິສັດ ລາວ-ອິນໂດໄຊນາກຣຸບມະຫາຊົນກ່າວໃນພິທີເປີດນຳໄຊ້ໂຄງການແກັດຊີວະພາບ TBEC LIG ວ່າ: ພາຍຫຼັງທີ່ໂຄງການດັ່ງກ່າວ…

Read more »

ປະທານກຳມະບານລາວຢ້ຽມຢາມໂຮງງານແປ້ງມັນຕົ້ນ

(11/02/2013) – ເນື່ອງໃນໂອກາດວັນສ້າງຕັ້ງກຳມະບານລາວຄົບຮອບ 57 ປີ (1/2/1956 – 1/2/2013) ທ່ານ ຄຳຫລ້າ ລໍລອນສີ ກຳມະການສູນກາງພັກ, ປະທານສະຫະພັນກຳມະບານລາວ ໄດ້ລົງຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ – ອິນໂດໄຊນາກຣຸບມະຫາຊົນໃນວັນທີ 8 ກຸມພາ 2013. ໃນໂອກາດດັ່ງກ່າວທ່ານ ນາງ ສຸດສະດາ ເພຍສຸຂະ ຜູ້ອຳນວຍການໃຫຍ່ ບໍລິສັດລາວ – ອິນໂດໄຊນາກຣຸບ ມະຫາຊົນ ໄດ້ລາຍງານປະຫວັດການກຳເນີດ ແລະ…

Read more »

ເປີດໂຮງງານຜະລິດແກັດຊີວະພາບແຫ່ງທຳອິດຂອງລາວນ

(07/02/2013) ບໍລິສັດ ໄທໄບໂອແກັດ ເອັນເນີຈີ ຈຳກັດ (TBEC) ຜູ້ດຳເນີນການພັດທະນາໂຄງການແກັດຊີວະພາບໃນປະເທດໄທ ແລະ ປະເທດລາວ ກໍຄືໂຄງການແກັດຊີວະພາບ TBEC – LIG ຢູ່ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຊຶ່ງເປັນໂຄງການທີ່ໄດ້ຮັບມາດຕະຖານດ້ານອຸດສາຫະກຳແຫ່ງທຳອິດຢູ່ໃນ ສປປ ລາວ ດ້ວຍການບຳບັດນ້ຳເປື້ອນຈາກໂຮງງານແປ້ງມັນຕົ້ນໃຫ້ເປັນພະລັງງານ ມູນຄ່າທີ່ໃຊ້ເຂົ້າໃນໂຄງການ 130ລ້ານບາດ (ສະກຸນເງິນໄທ) ຫຼື ປະມານ 33,8 ຕື້ກີບ ຊຶ່ງໄດ້ຮັບການສະໜັບສະໜູນໂດຍສະຖາບັນການເງິນເພື່ອການພັດທະນາເອີຣົບ ແລະ…

Read more »

ໂຮງງານແປ້ງມັນຕົ້ນລາວ-ອິນໂດໄຊນາ ໄດ້ຮັບການຢັ້ງຢືນຜະລິດຕະພັນສະອາດ (GMP)

(02/01/2013) ການມີລະບົບການຜະລິດທີ່ສະອາດຂອງໂຮງງານຜະລິດ ແປ້ງມັນຕົ້ນລາວ-ອິນໂດໄຊນາກຣຸບ ມະ ຫາຊົນ ຈົນໄດ້ຮັບການຢັ້ງຢືນຜະລິດຕະທີ່ດີ (GMP) ຈາກ ກົມອາຫານແລະຢາ ກະຊວງສາທາລະນະສຸກ ແລະ ຈັດພິທີມອບຢ່າງເປັນທາງການໄດ້ຮັບລາງວັນທີ 29 ທັນວາ2012 ທີ່ໂຮງງານດັ່ງກ່າວ, ທັງສະຫລອງການໄດ້ຮັບລາງວັນຊະນະເລິດອາຊຽນບິວຊິເນັດອະວອດຫ2012.ທ່ານດວງດີ ພົມມະຈັນ, ຜູ້ອໍານວຍການໂຮງງານຜະລິດແປ້ງມັນຕົ້ນລາວອິນ-ໂດໄຊນາກຣຸບ ມະຫາຊົນ ກ່າວວ່າ: ການທີ່ໄດ້ຮັບການຢັ້ງຢືນກະຊວງສາທາລະນະສຸກແຫ່ງ ສປປລາວ ນັ້ນຕະຫລອດໄລຍະຜ່ານມາໂຮງງານແມ່ນມີຄວາມເອົາໃຈໃສ່ ຕິດຕາມການຜະລິດ ທຸກຂັ້ນຕອນເພື່ອໃຫ້ໄດ້ແປ້ງຄຸນນະພາບ, ກໍ່ຄືການພັດທະນາໄປສູ່ມາດຕະຖານສາກົນ, ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດກໍ່ຄືຜູ້ ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ;…

Read more »

ລາວ-ອິນໂດໄຊນາ ຖືກຈັດເປັນ 10 ບໍລິສັດ ສ້າງຜົນງານໂດດເດັ່ນໃນຕະຫລາດຈີນ

(31/01/2013) — ບໍລິສັດ ລາວ-ອິນໂດໄຊ ນາ ກຣຸບ ມະຫາຊົນຂອງລາວເປັນຫນຶ່ງໃນ 10 ບໍລິສັດ ໃນກຸ່ມປະເທດອາຊຽນ, ສາມາດຍາດ ລາງວັນ “10 ອັນດັບສຸດຍອດບໍລິສັດອາຊຽນ ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດກັບ ສປ ຈີນ ປະຈຳປີ 2012”, ສ້າງຊື່ສຽງໃຫ້ປະເທດທີ່ສາມາດຜະລິດສິນຄ້າແຂ່ງຂັນໄດ້ຕະຫລາດ ສາກົນ. ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວໃນງານຖະແຫລງຂ່າວການໄດ້ຮັບລາງວັນ ດັ່ງກ່າວຂອງບໍລິສັດລາວ-ອິນໂດ ໄຊນາ ກຣຸບ…

Read more »

ຜູ້ຜະລິດແປ້ງມັນຕົ້ນໄທ ຖອດຖອນບົດຮຽນນຳໂຮງງານຜະລິດແປ້ງມັນຕົ້ນລາວ-ອິນໂດໄຊນາ

(30/01/2013) — ຫ່ວາງບໍ່ດົນມານີ້ຄະນະອຳນວຍການໂຮງ ງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນໄດ້ຕ້ອນຮັບຄະນະຜູ້ປະກອບການຜະລິດ ແປ້ງມັນຕົ້ນແຫ່ງຣາຊະອານາຈັກໄທ ເຂົ້າຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບການຜະລິດ ແລະ ການດຳເນີນທຸລະກິດຂອງໂຮງງານດັ່ງກ່າວ. ໃນໂອກາດນີ້ ທ່ານ ນາງ ສຸດສະດາ ເພຍສຸຂະ ຜູ້ອຳນວຍການໃຫ່ຍບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນໄດ້້ຂື້ນ ລາຍງານເຖິງປະຫວັດຄວາມເປັນມາຂອງບໍລິສັດ ແລະ ການດຳເນີນງານຂອງບໍລິສັດຊຶ່ງປະກອບມີສອງວຽກຄື: ໂຄງການປູກ ແລະ ຜະລິດແປ້ງມັນຕົ້ນ ນອກຈາກນັ້ນຍັງໄດ້ລາຍງານສະພາບການເຄື່ອນໄຫວຂອງໂຮງງານກຳລັງການຜະລິດ, ນະໂຍບາຍຕໍ່ພະນັກງານ-ກຳມະກອນ, ການສົ່ງເສີມຊາວກະຊິກອນປູກແລະ ການຮັກສາສະພາບແວດລ້ອມ ຈາກນັ້ນ ທ່ານ…

Read more »

ລາວ-ອິນໂດໄຊນາກຼຸບ ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ

(14/01/2013) ບໍລິສັດ ລາວ-ອິນໂດໄຊນາ ກຼຸບ ມະຫາຊົນ (ໂຮງງານຜະລິດແປ້ງມັນຕົ້ນ) ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ-ການຄ້າ ໃນຖານະເປັນຫົວໜ່ວຍທຸລະກິດດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ປະຈຳປີ 2012 ຖືກຕ້ອງຕາມແນວທາງນະໂຍາບາຍຂອງພັກ-ລັດຖະບານ ກໍຄືການສ້າງວຽກເຮັດງານທຳ ປະກອບສ່ວນລຶບລ້າງຄວາມທຸກນຍາກຂອງປະຊາຊົນ. ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ-ການຄ້າ ກ່າວວ່າ: ສິ່ງທ້າທາຍພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ຈະເຂົ້າຮ່ວມໃນປະຊາຄົມເສດຖະກິດອາຊຽນ (AEC) ໃນປີ…

Read more »

ຈາກຄວາມເອົາໃຈໃສ່ ຈົນຍາດມາໄດ້ລາງວັນທຸລະກິດອາຊຽນ

(07/01/2013) ປັດຈຸບັນ ພັກ-ລັດຖະບານ ໄດ້ເປີດກວ້າງການສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ບັນດາຫົວ ໜ່ວຍທຸລະກິດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ຄຽງຄູ່ກັບການສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ ແນໃສ່ປະກອບສ່ວນເຈົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດໃນການລຶບລ້າງຄວາມທຸກຍາກ ຂອງພັກ-ລັດຖະບານ.ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ເປັນຫົວໜ່ວຍທຸລະກິດໜຶ່ງ ທີ່ໄດ້ເອົາໃຈໃນການພັດທະນາທຸລະກິດ ໂດຍສະເພາະແມ່ນເອົາໃຈໃສ່ດ້ານຄຸນນະພາບຂອງຜະລິດ ຕະພັນ ຄຽງຄູ່ກັນນັ້ນຍັງເປັນສ່ວນໜຶ່ງໃນການສ້າງລາຍຮັບໃຫ້ກັບປະຊາຊົນ ທ້ອງຖິ່ນຕ່າງໆ ດ້ວຍການສົ່ງເສີມໃຫ້ເຂົາເຈົ້າປູກມັນຕົ້ນເພື່ອສະໜອງວັດຖຸດິບເຂົ້າໃນໂຮງງານ ຊຶ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ກໍຄື ລັດຖະບານ ໃນການສ້າງມູນຄ່າເພີ່ມ ສ້າງວຽກເຮັດງານທຳ…

Read more »

ລາວ-ອິນໂດໄຊນາກຣຸບ ສະຫລຸບຜົນງານປະຈຳປີ 2012

(31/12/2012) – ວັນທີ 28 ທັນວາ 2012 ທີ່ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບຜົນງານປະຈຳປີ 2012 ແລະ ຜ່ານແຜນການ 2012-2013. ເປັນກຽດເຂົ້າຮ່ວມມີທ່ານ ແສງມາລີ ແສງວັດທະນາ ປະທານຜູ້ອຳນວຍການໃຫຍ່ບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນ, ມີແຂກຖືກເຊີນພ້ອມດ້ວຍພະນັກງານເຂົ້າຮ່ວມ. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດສະຫລຸບລາຍງານສະພາບການເຕື່ອນໄຫວ ແລະ ແຜນການຕ່າງໆຂອງບໍລິສັດ ແລະ ຟັງການລາຍງານຈາກບັນດາເມືອງ ເປັນຕົ້ນແມ່ນການສະຫລຸບລາຍງານຈາກຫົວໜ້າຫ້ອງການປະຈຳສາຂາເມືອງສັງທອງ. ນອກຈາກນັ້ນ, ຍັງໄດ້ມີການມອບ-ຮັບຫນ້າທີ່ຜູ້ອຳນວຍການໃຫຍ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຄື:…

Read more »

ຄະນະຜູ້ແທນຈີນ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ

(25/12/2012) — ຄະນະຜູ້ແທນ ສປ.ຈີນ ນຳໂດຍທ່ານນາງ ປູ ຈຽນກົວ ເອກອັກຄະລັດຖະທູດຈີນ ປະຈຳລາວ ເດີ່ນທາງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຕອນບ່າຍວັນທີ 21 ທັນວາ 2012 ເພື່ອເປັນການສຶກສາ ແລະ ແລກປ່ຽນຄຳຄິດເຫັນ ການດຳເນີນທຸລະກິດທີ່ປະສົບຜົນສຳເລັດຂອງນັກທຸລະກິດ ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ທ່ານ ແສງມາລີ ແສງວັດທະນາ ປະທານບໍລິສັດ ລາວ-ອິນໂດໄຊນາ ກຣຸບ…

Read more »