ໂຮງງານແປ້ງມັນຕົ້ນລາວ-ອິນໂດໄຊນາ ໄດ້ຮັບການຢັ້ງຢືນຜະລິດຕະພັນສະອາດ (GMP)

(02/01/2013) ການມີລະບົບການຜະລິດທີ່ສະອາດຂອງໂຮງງານຜະລິດ ແປ້ງມັນຕົ້ນລາວ-ອິນໂດໄຊນາກຣຸບ ມະ ຫາຊົນ ຈົນໄດ້ຮັບການຢັ້ງຢືນຜະລິດຕະທີ່ດີ (GMP) ຈາກ ກົມອາຫານແລະຢາ ກະຊວງສາທາລະນະສຸກ ແລະ ຈັດພິທີມອບຢ່າງເປັນທາງການໄດ້ຮັບລາງວັນທີ 29 ທັນວາ2012 ທີ່ໂຮງງານດັ່ງກ່າວ, ທັງສະຫລອງການໄດ້ຮັບລາງວັນຊະນະເລິດອາຊຽນບິວຊິເນັດອະວອດຫ2012.ທ່ານດວງດີ ພົມມະຈັນ, ຜູ້ອໍານວຍການໂຮງງານຜະລິດແປ້ງມັນຕົ້ນລາວອິນ-ໂດໄຊນາກຣຸບ ມະຫາຊົນ ກ່າວວ່າ: ການທີ່ໄດ້ຮັບການຢັ້ງຢືນກະຊວງສາທາລະນະສຸກແຫ່ງ ສປປລາວ ນັ້ນຕະຫລອດໄລຍະຜ່ານມາໂຮງງານແມ່ນມີຄວາມເອົາໃຈໃສ່ ຕິດຕາມການຜະລິດ ທຸກຂັ້ນຕອນເພື່ອໃຫ້ໄດ້ແປ້ງຄຸນນະພາບ, ກໍ່ຄືການພັດທະນາໄປສູ່ມາດຕະຖານສາກົນ, ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດກໍ່ຄືຜູ້ ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ; ນອກຈາກການໄດ້ຮັບລາງວັນນີ້ຜ່ານມາແມ່ນໄດ້ຮັບການຢັ້ງຢືນ ISO 9001-2008 ແລະ GODEX GMP ຈາກ URS ປະເທດອັງກິດ, GMP ຈາກອົງການ SMEPDO ແລະ ເມື່ອບໍ່ດົນມານີ້ກໍ່ໄດ້ຮັບລາງວັນ ຊະນະເລີດອາຊຽນມິວຊິກອາວອດສ໌ 2012, ຫລ້າສຸດກໍ່ໄດ້ຮັບການຢັ້ງຢືນ GMP ຈາກກະຊວງສາທາລະນະສຸກ.

ທ່ານ ດຣ ສົມທະວີ ຈາງວິ ສົມມິດ ຫົວຫນ້າກົມອາຫານ ແລະຢາ, ກະຊວງສາທາລະນະສຸກກ່າວວ່າ: ການອອກໃບຢັ້ງຢືນ GMP ໃຫ້ໂຮງງານຜະລິດແປ້ງມັນຕົ້ນລາວອິນ-ໂດໄຊນາກຣຸບ ມະຫາຊົນ ນີ້ແມ່ນປະຕິບັດຕາມແຜນການຊຸກຍູ້ສົ່ງເສີມໃຫ້ການຜະລິດພາຍໃນ ມີການພັດ ທະນາ ໂດຍອີງໃສ່ກົດຫມາຍ, ຂໍ້ຕົກລົງ ແລະ ບັນດາມາດຕະຖານທາງດ້ານເຕັກນິກຕ່າງໆກ່ຽວກັບອາຫານ ໂດຍສະເພາະມາດຕະຖານທາງດ້ານ GMP ຕາມຄູ່ມືກົດລະຫັດອາຫານສາກົນ CAC ສະບັບປັບປຸງປີ 2003 ທີ່ທົ່ວໂລກໄດ້ຮັບ-ຮອງເອົາໃນການປະຕິບັດລະບົບການຜະ ລິດທີ່ດີ ແລະ HACCP.ຕາມການຄາດຫມາຍຂອງກົມອາຫານ ແລະ ຢາກໍ່ຄືກະຊວງສາທາລະນະສຸກໃນການປະ ຕິບັດລະບົບການຜະລິດອາຫານທີ່ດີ, ເຊິ່ງໃນປີ 2010-2012 ໄດ້ວາງຄາດຫມາຍການປະຕິບັດໃນ 4 ໂຮງງານຄື: ໂຮງງານຜະ ລິດແປ້ງມັນຕົ້ນລາວ-ອິນໂດໄຊນາ, ໂຮງງານເຂົ້າຫນຸມເບເກີລີ C ແອນ A, ໂຮງງານຜະລິດເກືອເວິນຄຳໂຮງງານນ້ຳດື່ມມາວີຕາ; ສະເພາະໂຮງງານຜະລິດແປ້ງມັນ-ຕົ້ນລາວ-ອິນໂດໄຊນາທາງທິມງານກົມ ອາຫານ ແລະ ຢາໄດ້ລົງຝືກອົບຮົມ ແລະ ຊີ້ນຳການຈັດຕັ້ງປະຕິບັດຫລາຍຄັ້ງ ແລະໄດ້ຮັບການຮ່ວມມືດີໃນການຈັດຕັ້ງປະຕິບັດຕາມການ ສະເຫນີຂອງທິມງານ GMP, ພາຍຫລັງທີ່ໂຮງງານປະຕິບັດຕາມຫລັກການ GMP, ຄະນະກຳມະການກວດສອບຜ່ານທາງກົມອາຫານຈຶ່ງອອກໃບຢັ້ງຢືນໃຫ້.

ສ່ວນລາງວັນຊະນະເລີດອາຊຽນ ບິວຊີແນດສ໌ອະວອດ 2012, ເຈົ້າຫນ້າທີ່ຈາກບໍລິ ສັດລາວ-ອິນໂດໄຊນາ ກຣຸບມະ ຫາຊົນຈຳກັດກ່າວວ່າ: ລາງວັນອາຊຽນບິວຊີແນດສ໌ອະວອດ 2012(ABA) ສາຂາຈະເລີນ ເຕີບໂຕຂອງທຸລະກິດທີ່ດີເລີດ, ເຊິ່ງເປັນບໍລິສັດດຽວ ແລະ ບໍລິສັດທຳອິດຂອງ ສປປລາວ ໄດ້ຮັບລາງວັນນີ້ ເຫດຜົນເນື່ອງມາຈາກ: ໄດ້ສ້າງຜົນປະໂຫຍດ ຕໍ່ສັງຄົມ, ຄຸນນະພາບແປ້ງໄດ້ມາດຕະຖານສາກົນ, ການດຳເນີນທຸລະກິດແບບໂປ່ງໃສ ແລະ ສາມາດກວດສອບໄດ້.

ທ່ານ ກິດສະຫນາ ວົງໄຊ ປະທານສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວກ່າວວ່າ: ລາງວັນອັນນີ້ ເປັນລາງວັນທີ່ໄດ້ມາແບບສົມກຽດ ແລະ ບໍ່ແມ່ນເລື່ອງງ່າຍກ່ອນທີ່ບໍລິສັດດັ່ງກ່າວຈະໄດ້ຮັບ, ເນື່ອງຈາ ກວ່າມີ 200 ກວ່າບໍລິສັດໃນບັນດາປະເທດສະມາຊິກອາຊຽນສົ່ງເຂົ້າປະກວດ, ຜ່ານການຄັດເລືອກໄດ້ພຽງ 20 ກວ່າບໍລິສັດໃນນີ້ມີບໍລິສັດຂອງລາວພຽງຫນຶ່ງດຽວເທົ່ານັ້ນຄື ບໍ-ລິສັດລາວ-ອິນໂດ ໄຊນາກຣຸບມະຫາຊົນໄດ້ຮັບ.

ການຈັດພິທີມອບໃບຢັ້ງຢືນ GMP ກໍ່ເປັນການຈັດສະຫລອງລາງວັນດັ່ງກ່າວນຳ ແລະ ເປັນການສະເຫລີມສະຫລອງສົ່ງທ້າຍປີເກົ່າ 2012, ຕ້ອນຮັບປີໃຫມ່ 2013, ໂດຍການເຂົ້າຮ່ວມ ຂອງທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ແສງມາລີ ແສງວັດທະນາ ປະທານສະພາຜູ້ອຳນວຍການບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນ,ພ້ອມດ້ວຍບັນດາຫົວຫນ້າກົມ, ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ດຣ. ນາມ ວິຍະເກດ ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນ ທີມີຜົນງານເຂົ້າໃນການພັດທະນາເສດຖະກິດ-ສັງຄົມດີເດັ່ນປະຈໍາປີ 2012 ແລະຮັບໂດຍທ່ານ ແສງມາລີ ແສງວັດທະນາ.

You May Also Like

About the Author: admin