ລາວ-ອິນໂດໄຊນາກຼຸບ ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ

(14/01/2013) ບໍລິສັດ ລາວ-ອິນໂດໄຊນາ ກຼຸບ ມະຫາຊົນ (ໂຮງງານຜະລິດແປ້ງມັນຕົ້ນ) ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ-ການຄ້າ ໃນຖານະເປັນຫົວໜ່ວຍທຸລະກິດດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ປະຈຳປີ 2012 ຖືກຕ້ອງຕາມແນວທາງນະໂຍາບາຍຂອງພັກ-ລັດຖະບານ ກໍຄືການສ້າງວຽກເຮັດງານທຳ ປະກອບສ່ວນລຶບລ້າງຄວາມທຸກນຍາກຂອງປະຊາຊົນ.

ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ-ການຄ້າ ກ່າວວ່າ: ສິ່ງທ້າທາຍພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ຈະເຂົ້າຮ່ວມໃນປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015 ນີ້ເປັນສິ່ງທີ່ສະແດງໃຫ້ເຫັນເຖິງວ່າ ສປປ ລາວ ສາມາດເຮັດໄດ້ນັບແຕ່ປີ 2008 ເປັນຕົ້ນມາ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໄດ້ເອົາໃຈໃສ່ໃນການພັດທະນາຈົນມາຮອດປັດຈຸບັນ ອັນໄດ້ກາຍເປັນຕົວແບບອັນດີ ແລະ ພວກເຮົາຄວນສືບຕໍ່ໃຫ້ມີການສົ່ງເສີມເພື່ອຖອດຖອນບົດຮຽນໃຫ້ກັບບັນດານັກທຸລະກິດ ຈະແມ່ນຂະໜາດນ້ອຍ ຂະໜາດກາງ ໃຫ້ເຂົາເຈົ້າຮັບຮູ້ວ່າ ສປປ ລາວ ສາມາດເຂົ້າໃນຂົງເຂດຕະຫຼາດສາກົນໄດ້ດີ ໃນງານວາງສະແດງທີ່ໜານໜິງ ແຂວງກວາງຊີ ສປ.

ຈີນ ໃນແຕ່ລະປີ ແມ່ນມີຜະລິດຕະພັນແປ້ງມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໄດ້ເຂົ້າຮ່ວມເຮັດໃຫ້ຕະຫຼາດໃນການສະໜອງແປ້ງມັນຕົ້ນໃຫ້ກັບຕະຫຼາດຈີນ ປະມານ300.000 ໂຕນຕໍ່ປີ ດັ່ງນັ້ນ ເຮັດໃຫ້ທາງໂຮງງານໄດ້ຂະຫຍາຍກຳລັງການຜະລິດ ເພື່ອສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງການຕະຫຼາດ ຊຶ່ງສະແດງໃຫ້ເຫັນເຖິງ ສປປ ລາວ ສາມາດແຂ່ງຂັນກັນສາກົນໄດ້.ທ່ານ ບຸນມີ ມະນີວົງ ຫົວໜ້າຫ້ອງການກະຊວງອຸດສາຫະກຳ-ການຄ້າ ກ່າວວ່າ: ເນື່ອງຈາກວ່າໃນຊຸມປີຜ່ານມາ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໄດ້ຕັ້ງໜ້າພະຍາຍາມໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດຖະບານ ຈົນມີຜົນງານຍິ່ງໃຫຍ່ຫຼາຍໆດ້ານ ເຊັ່ນ: ໄດ້ໃບຢັ້ງຢືນ ISO GMP ລາງວັນ Asean Business Award 2012 ແລະ ອື່ນໆ ໂດຍສະເພາະ 4ບຸກທະລຸ ໃນນີ້ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໄດ້ຈັດຕັ້ງປະຕິບັດບຸກທະລຸທີ 4 ຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ 3 ແຂວງ 3 ເມືອງຄື: ເມືອງ ສັງທອງ ນະຄອນຫຼວງວຽງຈັນ ເມືອງຫົ່ມ ແຂວງວຽງຈັນ ແລະ ເມືອງບໍລິຄັນ ແຂວງບໍລິຄຳໄຊໃຫ້ປະກົດຜົນເປັນຈິງ.

ພິທີມອບໃບຍ້ອງຍໍຄັ້ງນີ້ ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2012 ຜ່ານມາ ໂດຍການມອບຂອງທ່ານ ດຣ. ນາມ ວິຍະເກດ ແລະ ຮັບໂດຍທ່ານ ແສງມາລີ ແສງວັດທະນາ ປະທານສະພາ ຜູ້ອໍານວຍການບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຊຶ່ງມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

You May Also Like

About the Author: admin