ເປີດໂຮງງານຜະລິດແກັດຊີວະພາບແຫ່ງທຳອິດຂອງລາວນ

(07/02/2013) ບໍລິສັດ ໄທໄບໂອແກັດ ເອັນເນີຈີ ຈຳກັດ (TBEC) ຜູ້ດຳເນີນການພັດທະນາໂຄງການແກັດຊີວະພາບໃນປະເທດໄທ ແລະ ປະເທດລາວ ກໍຄືໂຄງການແກັດຊີວະພາບ TBEC – LIG ຢູ່ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຊຶ່ງເປັນໂຄງການທີ່ໄດ້ຮັບມາດຕະຖານດ້ານອຸດສາຫະກຳແຫ່ງທຳອິດຢູ່ໃນ ສປປ ລາວ ດ້ວຍການບຳບັດນ້ຳເປື້ອນຈາກໂຮງງານແປ້ງມັນຕົ້ນໃຫ້ເປັນພະລັງງານ ມູນຄ່າທີ່ໃຊ້ເຂົ້າໃນໂຄງການ 130ລ້ານບາດ (ສະກຸນເງິນໄທ) ຫຼື ປະມານ 33,8 ຕື້ກີບ ຊຶ່ງໄດ້ຮັບການສະໜັບສະໜູນໂດຍສະຖາບັນການເງິນເພື່ອການພັດທະນາເອີຣົບ ແລະ EEP ທີ່ໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແຫ່ງປະເທດຝຣັ່ງ.

ທ່ານ ກຸສຕາຟ ໂກເດັນແຮມ (Gustaf Godenhielm) ກຳມະການຜູ້ຈັດການຂອງບໍລິສັດ ໄທໄບໂອແກັດ ເອັນເນີຈີ ຈຳກັດກ່າວວ່າ: ເປັນຄວາມພາກພູມໃຈຂອງບໍລິສັດ ລາວ-ອິນໂດໄຊ ກຣຸບ ມະຫາຊົນ (LIG) ກັບພວກເຮົາ ຊຶ່ງເປັນໂຄງການປະເທດທຳອິດໃນ ສປປ ລາວ ເປັນໂຄງການຖ່າຍໂອນເຕັກໂນໂລຊີໃໝ່ໆ ສ້າງວຽກເຮັດງານທຳ ແລະ ສະໜອງແຫຼ່ງນ້ຳມັນເຊື້ອໄຟພາຍໃນໃຫ້ແກ່ ສປປ ລາວ ໂຄງການດັ່ງກ່າວ ສາມາດຜະລິດແກັດຊີວະພາບໄດ້ເຖິງ 90 ລ້ານຄິວແກັດ (Nm3) ເທົ່າກັບນ້ຳມັນເຕົາ(HFO) 175 ລ້ານລິດ ຕະຫຼອດໄລຍະອາຍຸການຂອງໂຄງການ ດັ່ງນັ້ນ ພິທີເປີດໂຕໂຄງການແກັດຊີວະພາບທາງການຄັ້ງນີ້ ເປັນການພິສູດເຖິງຄວາມມຸ່ງໝັ້ນ ໃນໄລຍະຍາວຂອງ LIG ເພື່ອປົກປ້ອງຊັບພະຍາກອນນ້ຳ ຮັກສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຫຼາຍກວ່າ 300.000 ໂຕນຕໍ່ປີ ສາມາດຫຼຸດຜ່ອນການປ່ອຍອາຍກາກໂບນິກ (Co2) ໄດ້ເຖິງ 60.000ໂຕນຕໍ່ປີ ແລະ ຫຼຸດຜ່ອນອາຍແກັດພິດຂອງລົດໄດ້ເຖິງ 20.000 ຄັນ.

ທ່ານ ແສງມາລີ ແສງວັດທະນາ ປະທານສະພາຜູ້ອຳນວຍການ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ກ່າວວ່າ: ພາຍຫຼັງທີ່ເປີດໂຮງງານແກັດຊີວະພາບ ໂຮງງານຜະລິດແປ້ງມັນຕົ້ນ ລາວ-ອິນໂດໄຊນາ ຈະໄດ້ນຳໃຊ້ແກັດຊີວະພາບປ່ຽນແທນຖ່ານຫີນເປັນພະລັງຄວາມຮ້ອນໃຫ້ແກ່ການອົບແປ້ງ ຈະເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍເຂົ້າໃນຂະບວນການຜະລິດແປ້ງມັນຕົ້ນ ພ້ອມດຽວກັນກໍເປັນການຫຼຸດຜ່ອນການນຳໃຊ້ຊັບພະຍາກອນ ທຳມະຊາດ ກໍຄືຖ່ານຫີນໄປໃນຕົວ ແລະ ເອົາຖ່ານຫີນດັ່ງກ່າວ ນຳໃຊ້ເຂົ້າໃນກິດຈະກຳອື່ນໆ ສຳລັບໂຄງການດັ່ງກ່າວ ທາງບໍລິສັດ ໄດ້ລົງທຶນມະຫາສານເຂົ້າໃນການກໍ່ສ້າງ ແລະ ພັດທະນາອ່າງເກັບນ້ຳຈຳນວນ 12ອ່າງ ມີຂະໜາດ 50×250 ແມັດ ເລິກ 8 ແມັດ ສາມາດບັນຈຸນ້ຳໄດ້ 1 ລ້ານແມັດກ້ອນ ເພື່ອບຳບັດນ້ຳເປື້ອນໃຫ້ເປັນນ້ຳທີ່ສະອາດ ເພື່ອເປັນຜົນປະໂຫຍດທາງດ້ານເສດຖະກິດເຂົ້າໃນການຜະລິດ ແນໃສ່ເຮັດໃຫ້ລາຄາຕົ້ນທຶນການຜະລິດແປ້ງມັນຕົ້ນຫຼຸດລົງແຕ່ແປ້ງຍັງມີຄຸນນະພາບໄດ້ມາດຕະຖານສາກົນ ສາມາດແຂ່ງຂັນທັງຕະຫຼາດພາຍໃນພາກພື້ນ ແລະ ສາກົນ.

ໂຮງງານແກັດຊີວະພາບເຕັມຮູບແບບແຫ່ງທຳອິດຂອງລາວ ພາຍໃຕ້ໂຄງການແກັດຊີວະພາບ TBEC LIG ຢ່າງເປັນທາງກການໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2013 ທີ່ໂຮງງານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ໜູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ທ່ານ ອະນຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ລັດຖະມົນຕີຊ່ວຍວ່າການ ແລະ ພາກສ່ວນກ່ຽວຂ້ອງ.

You May Also Like

About the Author: admin