ລາວ-ອິນໂດໄຊນາກຣຸບ ຜູ້ນໍາໜ້າການຜະລິດທ່ີເປັນມິດຕໍ່ສິ່ງແວດລ້ອມ

(13/02/2013) ໂຮງງານຜະລິດແປ້ງມັນຕົ້ນບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນ ໄດ້ເອົາໃຈໃສ່ໃນການດຳເນີນທຸລະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ໃນອາທິດຜ່ານມາ ຍິ່ງເປັນຂ່າວດີ ສຳລັບອຸດສາຫະກຳແປ້ງມັນຕົ້ນໃນ ສ ປປ ລາວ ເຮົາ ໂດຍສະເພາະແມ່ນໂຮງງານດັ່ງກ່າວຈະໄດ້ນຳໃຊ້ແກັດ ຊີວະພາບ ເປັນເຊື້ອໄຟເຂົ້າໃນການຜະລິດ ເພື່ອຫຼຸດຜອ່ນຕົ້ນທຶນ ໃນການຜະລິດ ແລະ ຈະເຮັດໃຫ້ກາຍເປັນຜູ້ນຳດ້ານການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ. ທ່ານ ແສງມາລີ ແສງວັດທະນາ ປະທານສະພາ ຜູ້ອຳນວຍການ ບໍລິສັດ ລາວ-ອິນໂດໄຊນາກຣຸບມະຫາຊົນກ່າວໃນພິທີເປີດນຳໄຊ້ໂຄງການແກັດຊີວະພາບ TBEC LIG ວ່າ: ພາຍຫຼັງທີ່ໂຄງການດັ່ງກ່າວ ໄດ້ເປີດຢ່າງ ເປັນທາງການໂຮງງານຂອງພວກຂ້າພະເຈົ້າຈະໄດ້ນຳໃຊ້ແກັດຊີວະພາບເປັນເຊື້ອໄຟແທນຖ່ານຫີນ ຊຶ່ງຈະຊ່ວຍຫຼຸດຜ່ອນຕົ້ນທຶນໃນການຜະລິດແຕ່ຍັງຄົງຮັກສາໄດ້ມາດຕະຖານ ພ້ອມກັນນັ້ນຈະເປັນການຊ່ວຍຫຼຸດຜ່ອນໃນການນຳໃຊ້ຖ່ານຫີນ ແລະ ສາມາດຫັນເອົາຖ່ານຫີນໄປໃຊ້ເຂົ້າໃນກິດຈະການອື່ນໆທີ່ມີຄວາມຈຳເປັນ ຊຶ່ງການຮ່ວມມືຄັ້ງນີ້ເປັນການຮ່ວມມືສອງຝ່າຍໃນຮູບແບບ BOT ໂດຍນໍາໄຊ້ນ້ຳເປື້ອນຈາກໂຮງງານຜະລິດແປ້ງມັນຕົ້ນຈະຖືກຜະລິດເປັນແກັດຊີວະພາບ.

ທ່ານ ກຸສຕາຟ ໂກເດັນແຮມ ກຳມະການຜູ້ຈັດການ ບໍລິສັດໄທໄບໂອແກັດ ເອັນເນີຈີ ຈຳກັດປະເທດໄທ ກ່າວວ່າໂຄງການແກັດຊີວະພາບ ເປັນການຮ່ວມມືຂອງ TBEC ແລະ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ (LIG) ເປັນໂຄງການທຳອິດ ໃນສປປ ລາວທີ່ໄດ້ຖ່າຍທອດເຕັກໂນໂລຊີໃໜ່ໆສາມາດສ້າງວຽກເຮັດງານທຳໃຫ້ກັບຄົນທ້ອງຖິ່ນ ແລະ ສະໜອງແຫຼ່ງພະລັງງານໃຫ້ແກ່ ສປປ ລາວ ເປັນໂຄງການທີ່ສາມາດຜະລິດແກັດໄດ້ເຖິງ 90 ລ້ານລິດແກັດຕະຫຼອດອາຍຸຂອງໂຄງການ ຊຶ່ງຈະເທົາກັບນ້ຳມັນເຕົາ (HFO) 175 ລ້ານລິດ ຊຶ່ງການເປີດໂຄງການຄັ້ງນີ້ ເປັນການພິສູດໃຫ້ເຫັນເຖິງຄວາມມຸ້ງໝັ້ນໄລຍະຍາວຂອງ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໃນການປົກປັກຮັກສາຊັບພະຍາກອນນ້ຳ ຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນການ ປ່ອຍອາຍແກັດເຮືອນແກ້ວ ໂດຍຈະຫຼຸດຜ່ອນການປ່ອຍອາຍກາກບອນ (Co2) ໄດ້ເຖິງ 60.000 ໂຕນຕໍ່ປີ ເທົ່າກັບການຫຼຸດຜ່ອນການປ່ອຍອາຍພິດຈາກຄວນລົດໃຫຍ່ໄດ້ເຖິງ 20.000 ຄັນ ມາຮອດປັດຈຸບັນເປັນສິ່ງທີ່ຈະແຈ້ງວ່າ LIG ເປັນຜູ້ນຳໜ້າໃນອຸດສາຫະກຳແປ້ງມັນໃນປະເທດລາວທີ່ມີປະລິມານໃນການຂາຍສູງ ແລະ ຍັງເປັນເປັນຜູ້ນຳດ້ານການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ.

ທ່ານ ແສງມາລີ ກ່າວຕື່ມວ່າ: ຜົນສຳເລັດຂອງໂຄງການກໍ່ຄື ຜົນສຳເລັດຂອງການສ້າງໂຮງງານແກັດຊີວະພາບບໍ່ພຽງແຕ່ນຳຜົນປະໂຫຍດສູ່ບໍລິສັດເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນເຂົ້າໃນການຫຼຸດຜ່ອນອາຍພິດເຮືອນແກ້ວ ເພື່ອຫຼຸດຜ່ອນພາວະໂລກຮ້ອນຕາມໂຄງການ CDM ທີ່ໄດ້ກຳນົດໄວ້ໃນສົນທິສັນຍາກຽວໂຕພ້ອມນັ້ນຍັງເປັນການປະກອບສ່ວນເຂົ້າໃນການຄຸ້ມຄອງ ແລະ ພັດທະນສິ່ງແວດລ້ອມ ໃຫ້ມີຄວາມສວຍສົດງົດງາມ ແລະ ຍືນຍົງຕະຫຼອດໄປ.

ໂຄງການນີ້ມີມູນຄ່າການກໍ່ສ້າງ 33,8 ຕື້ກີບ ໂດຍໄດ້ຮັບການສະໜັບສະໜູນຈາກສະຖາບັນການເງິນ ເພື່ອພັດທະນາເອີຣົບ ແລະ ອົງການ EEP ທີ່ໄດ້ໃຫ້ການສະໜັບສະໜູນໂດຍກະຊວງການຕ່າງປະເທດຝລັ່ງ.

You May Also Like

About the Author: admin