ໂຄງການ​ສົ່ງ​ເສີມ​ການ​ປູກ​ມັນຕົ້ນ

ມັນຕົ້ນ​ເປັນ​ພືດ​ທີ່​ປູກ​ງ່າຍ​ແລະ​ເໝາະ​ສົມ​ກັບ​ດີ​ນ​ເກືອບ​ທຸກ​ຊະນິດ.ຍ້ອນ​ທ່າ​ແຮງ​ດັ່ງກ່າວ​ນີ້​ຂ້າພະ​ເຈົ້າຈື່ງ​ໄດ້​ສົມທົບ​ກັບ​ກົມ​ສົ່ງ​ເສີມ ​ການ​ຜະລິດ​ແລະ​ການ​ ຄ້າ,ທະນາຄານ​ນະ​ໂຍບາຍແລະ ທະນາຄານ​ພັດທະນາ​ລາວ ລົງ​ປຸກລະດົມ​ຂົນຂວາຍ​ປະຊາຊົນ ​ແລະ​ ຈັດ​ຝືກອົບຮົມ​ ໃຫ້​ປະຊາຊົນ​ຜູ້​ທີ່​ມີ​ ຈຸດປະສົງ​ຕ້ອງການ​ປູກ​ມັນຕົ້ນ​ໄດ້​ຮູ້​ວິທີ​ການ​ປູກ ​ແລະ ​ເຂົ້າຫາ​ແຫຼ່ງທືນ​ໂດຍ ​ໄດ້​ສ້າງຕັ້ງ ​ໂຄງການ​ສົ່ງ​ເສີມ​ການ​ປູກ​ມັນຕົ້ນຂື້ນ​ຊື່​ງມີປະຊາຊົນ​ເຂົ້າຮ່ວມ​ເປັນ​ ສະມາຊິກ​ຈໍານວນຫລວງຫລາຍວິທີ​ສົ່ງ​ເສີມ​ການ​ປູກ​ມັນຕົ້ນຂອງ​ບໍລິສັດ ​ແມ່ນ​ຮູບ​ແບບ 2+3 ຄື:ປະຊາຊົນ​ເປັນ​ດີ​ນ ​ແລະ ​ແຮງ​ງານ,ບໍລິສັດ​ລົງ​ທືນບຸກ​ເບີກ​ເນື້ອ​ທີ່​, ສະໜອງ​ແນວ​ພັນ,​ເຕັກນິກ​ວິຊາ​ການ ​ແລະ ​ເກັບ​ຊື້​ຜົນ​ຜະລິດ.ອັນ​ນີ້​ກໍ່​ເປັນ​ອີກ​ທາງ​ໜື່ງທີ່​ໄດ້​ປະກອບ​ສ່ວນ​ຊ່ວຍ ​ລັດຖະບານ​ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຫຼຸດ ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ​​​ແປ້ງ​ມັນຕົ້ນສາມາດ​ແປ​ຮູບ​ເປັນ​ຜະລິດ​ຕະພັນ​ໄດ້​ຫຼາຍ​ຢ່າງ​ເຊັ່ນ​: ຜະລິດ​ແປ້ງ​ນົວ​,​ ເຫຼົ້າ​ເກົ້າສີ​ບ,ຜະລິດ​ເຂົ້າໜົມ, ນ້ໍາຫວານ, ຜະລິດ ​ກາວ, ຜະ​ລິດ​ໝີ່​ໄວ​ໄວ, ​ເສັ້ນລ້ອນ, ​ໃຊ້​ປຸງ​ແຕ່ງອາຫານ, ສາມາດ​ນໍາໃຊ້​ເຂົ້າ​ ໃນ​ໂຮງງານ​ອຸດສາຫະກໍາ​ສາມາດ​ຜະລິດ ​ເປັນ​ສ່ວນປະສົມ​ຂອງ​ເຈ້ຍ​ແຜ່ນ​ຜັບ​ແລະ​ ອື່ນໆ. 

ນອກຈາກ​ນັ້ນ​ເສດ​ມັນຕົ້ນທີ່​ກັ່ນ​ຕອງ​ອອກ​ຈາກ​ແປ້ງ​ແລ້ວ​ຍັງ​ສາມາດ​ນໍາ ໄປ​ຜະລິດ​​ເປັນ​ປຸຍ​ແລະ​ຜະລິດ​​ເປັນ​ຫົວອາຫານ​​ເກືອສັດອີກ​ດ້ວຍ. ຍ້ອນ​ບໍລິສັດ ​​ໄດ້​ອໍານວຍ​ຄວາມສະດວກ​ທຸກ​ຢ່າງ​ໃຫ້​ຊາວກະສິກອນ​ຜູ້​ປູກ​ມັນຕົ້ນຈື່ງ​ເຮັດ​ໃຫ້​ຊາວ​ກະສິກອນ​ພາກັນ​ຫັນ​ມາ​ປູກ ​ມັນຕົ້ນ​ເປັນ​ກຸ່ມ​ແລະ​ລາຍ​ບຸກຄົນ​ຢ່າງ​ເປັນ​ຂະ​ບວນການ.​​​​ ​ ​​​ໃນ​ອະນາຄົດ​ຂ້າພະ​ເຈົ້າຍັງ​ມີ​ ແຜນການ​ຈະ​ສ້າງ​ໂຮງງານ​ຂະໜາດ​ໃຫຍ່​ເພື່ອ​ຮອງ​ຮັບ​ຜົນ​ຜະລິດ​ມັນຕົ້ນຈາກ​ຊາວ​ ກະສິກອນ​ທີ່​ຈະ​ເພີ່ມ​ຂື້ນ​ຢ່າງ​ຫຼວງ​ຫຼາຍ.