ລາວ-ອິນໂດໄຊນາກຣຸບ ສະຫລຸບຜົນງານປະຈຳປີ 2012

(31/12/2012) – ວັນທີ 28 ທັນວາ 2012 ທີ່ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບຜົນງານປະຈຳປີ 2012 ແລະ ຜ່ານແຜນການ 2012-2013. ເປັນກຽດເຂົ້າຮ່ວມມີທ່ານ ແສງມາລີ ແສງວັດທະນາ ປະທານຜູ້ອຳນວຍການໃຫຍ່ບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນ, ມີແຂກຖືກເຊີນພ້ອມດ້ວຍພະນັກງານເຂົ້າຮ່ວມ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດສະຫລຸບລາຍງານສະພາບການເຕື່ອນໄຫວ ແລະ ແຜນການຕ່າງໆຂອງບໍລິສັດ ແລະ ຟັງການລາຍງານຈາກບັນດາເມືອງ ເປັນຕົ້ນແມ່ນການສະຫລຸບລາຍງານຈາກຫົວໜ້າຫ້ອງການປະຈຳສາຂາເມືອງສັງທອງ.

ນອກຈາກນັ້ນ, ຍັງໄດ້ມີການມອບ-ຮັບຫນ້າທີ່ຜູ້ອຳນວຍການໃຫຍ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຄື: ທ່ານ ແສງມາລີ ແສງວັດທະນາ ກັບທ່ານນາງ ສຸດສະດາ ເພຍສຸຂະ; ປະຈຸບັນທ່ານ ແສງມາລີ ແສງວັດທະນາ ເປັນປະທານສະພາຜູ້ອຳນວຍການບໍລິສັດລາວ-ອິນໂດໄຊນາ ກຮຸບມະຫາຊົນ, ທ່ານນາງ ສຸດສະດາ ເພຍສຸຂະເປັນຜູ້ອຳນວຍການໃຫຍ່ບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນ.

You May Also Like

About the Author: admin