ຄະນະຜູ້ແທນຈີນ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ

(25/12/2012) — ຄະນະຜູ້ແທນ ສປ.ຈີນ ນຳໂດຍທ່ານນາງ ປູ ຈຽນກົວ ເອກອັກຄະລັດຖະທູດຈີນ ປະຈຳລາວ ເດີ່ນທາງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຕອນບ່າຍວັນທີ 21 ທັນວາ 2012 ເພື່ອເປັນການສຶກສາ ແລະ ແລກປ່ຽນຄຳຄິດເຫັນ

ການດຳເນີນທຸລະກິດທີ່ປະສົບຜົນສຳເລັດຂອງນັກທຸລະກິດ ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ທ່ານ ແສງມາລີ ແສງວັດທະນາ ປະທານບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ພ້ອມດ້ວຍພະນັກງານ-ວິຊາການກ່ຽວຂ້ອງ.

ທ່ານ ແສງມາລີ ແສງວັດທະນາ ກ່າວວ່າ: ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ສ້າງຕັ້ງຂຶ້ນປີ 2003 ມີທຶນຈົດທະບຽນ 100ຕື້ກີບ ໂດຍບໍລິສັດໄດ້ມີການສົ່ງເສີມປູກມັນຕົ້ນ ແລະ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ໃນປີ 2007 ປັດຈຸບັນ ໂຮງງານສາມາດຜະລິດແປ້ງມັນຕົ້ນ ໄດ້ສະເລ່ຍ 300 ໂຕນ/ວັນ ໃນນັ້ນ 90% ແມ່ນສົ່ງອອກຂາຍຕ່າງປະເທດ ສປ.ຈີນ ສ.ສ ຫວຽດນາມ ແລະ 10%ຂາຍພາຍໃນປະເທດ ຕະຫຼອດການດຳເນີນງານໄລຍະເກືອບ 10 ປີຜ່ານມາ ບໍລິສັດໄດ້ຮັບການຢັ້ງຢືນດ້ານມາດຕະຖານສາກົນ ISO9001-2008 ແລະ Codex ຈາກປະເທດອັງກິດ ກ່ຽວກັບການບໍລິຫານຈັດການ ແລະ ຄວາມປອດໄພຂອງອາຫານຕໍ່ສູ້ບໍລິໂພກ ໃບຢັ້ງຢືນ Codex ຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກຂອງລາວ ຖືກຮັບຮອງເປັນໂຮງງານຕົວແບບ ໃນການປະຕິບັດ 5 ສ ຈາກ SMEPDO ແລະ APO ເປັນໂຮງງານຕົວແບບການປະຕິບັດ 4 ສ ຂອງນະຄອນຫຼວງວຽງຈັນ ພ້ອມນັ້ນ ທາງບໍລິສັດຍັງໄດ້ຮັບລາງວັນ ASEAN BUSINESS AWARDS 2012 ຕື່ມອີກ ໂອກາດດັ່ງກ່າວທ່ານນາງ ປູ ຈຽນກົວ ພ້ອມຄະນະ ກໍໄດ້ຢ້ຽມຢາມອ່າງບຳບັດນ້ຳເສຍ ແລະ ໂຮງງານໃບໂອແກັດທີ່ບໍລິສັດ ລາວ-ອິນໂດໄຊນາ ກັບບໍລິສັດ TBEC ປະເທດໄທ ຮ່ວມກັນຈັດຕັ້ງປະຕິບັດ.

ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ມີສະຖານທີ່ຕັ້ງຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ປັດຈຸບັນໂຮງງານມີເນື້ອທີ່ປູກມັນຕົ້ນທັງໝົດ 12.534 ເຮັກຕາ ຢູ່ໃນ 3 ແຂວງ 14 ເມືອງ 271 ບ້ານ 4.788 ຄອບຄົວ.

You May Also Like

About the Author: admin