ແຂວງບໍລິິຄໍາໄຊຢ້ຽມຢາມໂຮງງານແປ້ງມັນຕົ້ນລາວອີນໂດໄຊນາ

26/11/2011  ພະນັກງານການນໍາພະນັກງານວິຊາການຫ້ອງການກະຊວງກະສິກໍາປ່າ ໄມ້ທີ່ດິນສິ່ງແວດ ລ້ອມແຂວງບໍລິຄໍາໄຊພ້ອມດ້ວຍອໍານວຍການປົກຄອງ ເມືອງ ປາກກະດີງ, ນາຍບ້ານ ແລະ ປະຊາ ຊົນທົ່ງນາມີຈໍານວນ100ກວ່າຄົນ ໄດ້ເຂົ້າຢ້ຽມຢາມແລະຖອດຖອນບົດຮຽນຢູ່ໂຮງງານ ແປ້ງມັນຕົ້ນລາວ – ອິນໂດໄຊນາໃນ ວັນທີ 23 ພະຈິກ 2011 ນີ້ໂດຍ ການນໍາພາຄະນະຂອງ ທ່ານ ນາງ ສີໄຄ ສີປະເສີດ ສະມາຊິກສະພາແຫ່ງຊາດເຂດ 11 ແຂວງ ບໍລິຄໍາໄຊ ແລະ ທ່ານຮອງເຈົ້າເມືອງປາກກະດິງ ການຢ້ຽມຢາມ ຢ້າມຄັ້ງນີ້ໄດ້ຮັບການຕ້ອນຮັບ ຈາກທ່ານ ແສງມາລີ ແສງວັດທະນາ ປະທານບໍລິສັດລາວອິນໂດໄຊນາກຣຸບມະຫາຊົນພ້ອມດ້ວຍຄະນະ ແລະ ພະນັກງານວິຊາ ການຈາກໂຮງງານເຊິ່ງການຢ້ຽມຢາມຄັ້ງນີ້ບັນດາຄະນະຜູ້ແທນນອກຈາກ ໄດ້ຮັບຝັງປະຫວັດຄວາມ ເປັນມາຂອງໂຮງງານ ແລະ ຂັ້ນຕອນການຜະລິດຕ່າງໆການຊຸກຍູ້ການສົ່ງເສີມການປູກ ມັນຕົ້ນຂອງໂຮງງານນັບ ແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນໂຮງງານແປງມັນຕົ້ນສາມາດຮັບຮອງມັນຕົ້ນຕິບ 1.000 1.200 ໂຕນຕໍ່ມື້ ແລະ ສາມາດແປຮູບເປັນແປງມັນຕົ້ນໄດ້ 250 320 ໂຕນຕໍ່ມື້ ເກັບຊື້ແປງມັນຕົ້ນຈາກຊາວ\ກະຊິກອນດ້ວຍລາຄາຄ້ໍາ ປະກັນໂດຍມີຕະຫລາດຮອງຮັບທີ່ ໃຫ່ຍໃນສປຈີນ, ສ່ວນຮູບແບບ ການສົ່ງເສີມຂອງບໍລິສັດແມ່ນ 2+3 ປະຊາຊົນເປັນດິນ ແລະ ແຮງງານ, ສ່ວນບໍລິສັດແມ່ນບຸກເບີກເນື້ອທີ່ສະຫນອງແນວພັນເຕັກນິກ ວິຊາການພ້ອມເກັບ ຊື້ຄືນຜົນຜະລິດປະຈຸບັນມີເນື້ອທີ່ປູກ ທັງຫມົດ 7.689,2 ເຮັກຕາສະເລ່ຍ ການເກັບກູ້ໄດ້ 307.568 ໂຕນ ຕໍ່ປີຢູ່ໃນ 3 ແຂວງ 14 ຕົວເມືອງ 190 ບ້ານມີ 2.713 ຄອບຄົວ.

ຫລັງຈາກນັ້ນຄະນະດັ່ງກ່າວຍັງໄດ້ຢ້ຽມຊົມພາຍໃນໂຮງງານເບິ່ງການຜະລິດ, ເບິ່ງອ່າງເກັບນ້ຳເປື້ອນຈາກໂຮງງານ, ປະຈຸບັນກຳລັງກໍ່ສ້າງອ່າງເພຶ່ອຜະລິດໄບໂອແກ໋ດເພື່ອຜະລິດນໍາໄຊ້ພາຍໃນໂຮງງານ, ໄຊ້ທົດແທນຖ່ານຫີນໃນປະຈຸບັຫນພ້ອມນີ້ຍັງເປັນການຫລຸດການປ່ອຍອາຍກາກໂມນິກສູ່ອາກາດ ອີກດ້ວຍ.

You May Also Like

About the Author: admin