ເຈົ້າໜ້າທີ່ກະຊວງແຮງງານ ຢ້ຽມຢາມໂຮງງານແປ້ງມັນຕົ້ນ

(21/12/2012) ທ່ານພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງໄປຢ້ຽມຢາມໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ. ທ່ານ ດວງດີ ພົມມະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຜູ້ອຳນວຍການໂຮງງານແປ້ງມັນຕົ້ນ ໄດ້ລາຍງານຫຍໍ້ເຖີງປະຫວັດຄວາມເປັນມາຂອງບໍລິສັດ,

ສະພາບການເຄື່ອນໄຫວ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ ເປັນຕົ້ນແມ່ນນະໂຍບາຍຂອງໂຮງງານຕໍ່ພະນັກງານ, ເງິນເດືອນ, ການກວດສຸຂະພາບປີລະ 2 ຄັ້ງ, ນະໂຍບາຍພັກວຽກ ແລະ ນະໂຍບາຍດ້ານອື່ນໆ; ທ່ານຮອງຜູ້ອຳນວຍການກ່າວຕື່ມວ່າ: ການເຮັດລະບຽບຂອງໂຮງງານແມ່ນອີງໃສ່ກົດຫມາຍຂອງກະຊວງແຮງງານວາງອອກ: ແຕ່ວ່າ ແຮງງານ ຂອງລາວສ່ວນຫລາຍມາຈາກຊົນນະບົດ ດັ່ງນັ້ນ, ການເຮັດວຽກງານຈິ່ງມີຄວາມຫຍຸ້ງຍາກຫລາຍ.

ຈາກນັ້ນ ທ່ານຫົວຫນ້າກົມແຮງງານ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຫລາຍໆດ້ານທີ່ທາງບໍລິສັດ ກໍ່ຄືໂຮງງານຍາດມາໄດ້ ໂດຍສະເພາະແມ່ນການປົກປ້ອງສິດ ແລະ ຫນ້າທີ່ຂອງຜູ້ອອກແຮງງານໃນໂຮງງານ, ທ່ານ ຫົວຫນ້າກົມໄດ້ແນະນຳໃຫ້ໂຮງງານເອົາໃຈໃສ່ຕື່ມ ກ່ຽວກັບ ລະບຽບແຮງງານ ເພື່ອຮັບປະກັນສິດ ແລະ ພັນທະຂອງຜູ້ອອກແຮງງານ.

You May Also Like

About the Author: admin