ລາວ-ອິນໂດໄຊນາໃຫ້ 2 ບໍລິສັດ ຕ່າງປະເທດເຂົ້າຮ່ວມທຶນ

Mr Sengmaly Sengvatthana and Mr Gustaf
Godenhielm shake hands after the signing.

11/11/2011 ໃນ​ວັນ​ດຽວ​ກັນ​ທີ່​ກຸ່ມ​ບໍລິສັດ ເປີດເຜີຍ​ຜູ້​ຮ່ວມ​ທຶນ​ນັ້ນ​ກໍ່​ໄດ້​ມີ​ພີທີ​ເປີດ​ຕົວຢ່າງ​ເປັນ​ທາງ​ການ ຂອງ​ບໍລິສັດ ​ລາວ-ອິນ​ໂດ​ໄຊ​ນາກຣຸບ ມະຫາຊົນ ເມື່ອ​ວັນ​ທີ 11 ພະຈິກ​ ຜ່ານ​ມາ​ທີ່​ສໍານັກງານ ໃຫຍ່​ຕະຫລາດ​ຫລັກ​ຊັບ​ລາວ ນະຄອນຫລວງ​ວຽງ​ຈັນ ພ້ອມ​ມີການ​ເຊັນ​ສັນຍາ​ບົດ​ບັນທຶກ​ຄວາມເຂົ້າ ໃຈ​ກັບ​ຄູ່​ຮ່ວມຍຸດ​ທະ​ສາດ​ ໃຫມ່ 2 ບໍລິສັດ​ຕ່າງປເທດ​ລະຫວ່າງ ທ່ານ ແສງມະ​ລີ ແສງ​ວັດທະນາ ປະທານສະພາ​ຜູ້ອໍານວຍການ​ບໍລິສັດລາວ-ອິນ​ໂດ​ໄຊ​ນາ ກຣຸບ ມະຫາຊົນ, ທ່ານ ກູສ໌ຕາບ ໂກ ເດັນ​ຮີມ ຜູ້ອໍານວຍການ​ບໍລິສັດ ໄທ​ໄບ​ໂອແກ໊​ສ ແລະ ທ່ານ​ນາງ ຫລຽນ ເຊລ ເຈີນ ອຳນວຍການ​ໃຫຍ່ບໍລິສັດ Nanning Fei Luo Shi ເຊິ່ງ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​​​ທ່ານ ນາມ ວິ​ຍະ​ເກດ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ, ມີ​ທ່ານ​ປະທານສະພາ​ອຸດສາຫະກໍາ ແລະ ການຄ້າ ແລະ ເຮັດ​ໃຫ້​ມາ​ຮອດ​ປະຈຸ​ບັນ ບໍລິສັດ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ກັບ​ບໍລິສັດ​ຈາກ​ຈີນ​ເຖິງ 5 ບໍລິສັດ ໃນ​ໄລຍະ​ເວລາ 5 ປີ​ລວມ​ປະລິມານ​ການ​ສັ່ງ​ຊື້​ຫລາຍ​ເຖິງ 3 ແສນ ໂຕນ​ຕໍ່​ປີ ແຕ່​ປະຈຸ​ບັນ​ຄວາມ​ສາມາດ​ຜະລິດ​ຂອງ​ບໍລິສັດ​ໄດ້​ພຽງ 15.000 ໂຕນ​ຕໍ່​ປີ ຢ່າງໃດ​ກໍ່​ຕາມ ພາຫລັງ​ທີ່​ໂຮງງານ​ແຫ່ງ​ທີ​ສອງ​ເລີ່ມ​ການ​ຜະລິດ​ໃນ​ຕົ້ນ​ປີຫນ້າ​ກໍ່​ ຄາດ​ວ່າ ຫມົດ​ປີ 2012 ກຳລັງ​ການ​ຜະລິດ​ຈະ​ໄດ້ 50.000 ໂຕນ​ຕໍ່​ປີ, ທ່ານ ແສງ​ມາລີ ກ່າວ.

You May Also Like

About the Author: admin