ລາວ-ອິນໂດໄຊນາໃຫ້ 2 ບໍລິສັດ ຕ່າງປະເທດເຂົ້າຮ່ວມທຶນ

Mr Sengmaly Sengvathana ( right ) signs the
agreement with China branch manager Ms Liang Xue Zhen.

11/11/2011 ເຊິ່ງ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ນາມ ວິ​ຍະ​ເກດ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ, ມີ​ທ່ານ​ປະທານສະພາ​ອຸດສາຫະກໍາ ແລະ ການຄ້າ ແລະ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ລາວ-ອິນໂດໄຊນາ ເຊັນສັນຍາສ້າງຕັ້ງຕົວແທນຈໍາຫນ່າຍ ແປ້ງມັນຕົ້ນໃນຈີນ (21/10/2011) ເຂົ້າ​ຮ່ວມ​ເປັນ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ​ຄັ້ງ​ນີ້ ໂດຍທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ທ່ານ ຫວງ​ເຕົ້າ ເວ ຫົວຫນ້າ​ແນວ​ໂຮມ​ປະຊາຊົນ​ແຂວງ​ກວາງຊີ, ພ້ອມ​ດ້ວຍ​ຄະນະ​ຜູ້​ແທນລາວ​ທີ່​ເດີນທາງ​ເຂົ້າ​ຮ່ວມ​ງານ​ສະແດງ ​ສິນຄ້າ​ ຈີນ-ອາ​ຊຽນ. ທ່ານ ແສງ​ມາລີ ແສງ​ວັດ ວັດທະນາ ປະທານ​ບໍລິສັດ​ລາວ-ອິນ​ໂດ​ໄຊ​ນາກ​ຣຸບ ຈຳກັດ​ຜູ້​ດຽວ ກ່າວ​ວ່າ: ຄວາມຈິງ​ແລ້ວ

​ຈະ​ມີ​ສາມ​ບໍລິສັດ​ມາ​ເຊັນ​ສັນຍາ​ໃນ​ວັນ​ທີ 21 ຕຸລາ ແຕ່​ອີກ​ຫນຶ່ງ​ບໍລິສັດ​ບໍ່​ສາມາດ​ ​ເຂົ້າ​ມາ​ຮ່ວມ​ງານ​ໄດ້​ເນື່ອງ​ຈາກ​ເຮັດ​ບັດ​ບໍ່​ທັນ​ຈິ່ງ​ໄດ້​ເຊັນ​ພຽງ 2 ບໍລິສັດ​ກ່ອນສ່ວນ​ອີກ​ບໍລິສັດ​ຈະ​ເຊັນ​ຕາມ​ຫລັງ ເຊິ່ງ​ເປັນ​ການ ​​​ເຊັນ​ສັນຍາ​ສັ່ງ​ຊື່​ຈຳນວນ 85.000 ໂຕນ​ຕໍ່​ປີ. ເຮັດ​ໃຫ້​ມາ​ຮອດ​ປະຈຸ​ບັນ ບໍລິສັດ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ກັບ​ບໍລິສັດ​ຈາກ​ຈີນ​ເຖິງ 5 ບໍລິສັດ ໃນ​ໄລຍະ​ເວລາ 5 ປີ​ລວມ​ປະລິມານ​ການ​ສັ່ງ​ຊື້​ຫລາຍ​ເຖິງ 3 ແສນ ໂຕນ​ຕໍ່​ປີ ແຕ່​ປະຈຸ​ບັນ​ຄວາມ​ສາມາດ​ຜະລິດ​ຂອງ​ບໍລິສັດ​ໄດ້​ພຽງ 15.000 ໂຕນ​ຕໍ່​ປີ ຢ່າງໃດ​ກໍ່​ຕາມ ພາຫລັງ​ທີ່​ໂຮງງານ​ແຫ່ງ​ທີ​ສອງ​ເລີ່ມ​ການ​ຜະລິດ​ໃນ​ຕົ້ນ​ປີຫນ້າ​ກໍ່​ ຄາດ​ວ່າ ຫມົດ​ປີ 2012 ກຳລັງ​ການ​ຜະລິດ​ຈະ​ໄດ້ 50.000 ໂຕນ​ຕໍ່​ປີ, ທ່ານ ແສງ​ມາລີ ກ່າວ.

ແນວໃດ​ກໍ່​ຕາມ ບໍລິສັດ​ໄດ້​ພະຍາຍາມ​ຊຸກຍູ້​ສົ່ງເສີມ​ໃຫ້​ປະຊາຊົນ​ປູກ​ຫລາຍ​ຂຶ້ນ ເພື່ອ​ຜະລິດ​ສະຫນອງ​ໃຫ້​ທັນ​ຄວາມ​ຕ້ອງການ​ຂອງ​ຕະຫລາດ ໂດຍ​ປະຈຸ​ບັນ ມີ​ເນື້ອທີ່​ປູກ​ຫລາຍ​ກວ່າ 7 ພັນ​ເຮັກຕາ ເຊິ່ງ​ຄາດ​ວ່າ ໃນ​ປີ 2012 ຈະ​ມີ​ວັດຖຸ​ດິບ​ປ້ອນ​ໂຮງງານ​ບໍ່​ຕ່ຳ​ກວ່າ 1 ແສນ​ໂຕນ.

ເວົ້າ​ລວມ​ແລ້ວ ການ​ເຂົ້າ​ຮ່ວມ​ງານ​ວາງສະແດງ​ສິນຄ້າ​ຈີນອາ​ຊຽນ ເຊິ່ງ​ບໍລິສັດ​ເຂົ້າ​ຮ່ວມ​ມາ ແຕ່​ປີ 2008 ໄດ້​ສ້າງ​ໂອກາດ​ທາງ​ດ້ານ​ການ​ຄ້າ​ທີ່​ສຳຄັນ​ເນື່ອງ​ຈາກ​ໄດ້​ພົບ​ປະ​ກັບ​ ລູກ​ຄ້າ ຈີນ ເຊິ່ງ​ເປັນ​ຕະຫລາດ​ບໍລິໂພກ​ແປ້ງ​ມັນຕົ້ນ​ທີ່​ໃຫຍ່​ທີ່​ສຸດ​ເຮັດ​ໃຫ້​ລູກ ​ຄ້າ​ມີ​ຄວາມ​ເຊື່ອ​ຫມັ້ນ​ເກີດ​ມີ​ການ​ສັ່ງ​ຊື້​ເຂົ້າ​ມາ​ຢ່າງ​ຫລວງຫລາຍ​ ຈົນ​ຜະລິດ​ເທົ່າໃດ​ລູກ​ຄ້າ​ກໍ່​ເອົາ​ຫມົດ, ທ່ານ ປະທານ​ບໍ​ລິ ສັດ​ກ່າວ​ຢ້ຳ.

You May Also Like

About the Author: admin