ລາວ-ອິນໂດໄຊນາກຣຸບ ເລັ່ງປັບປຸງຂອດດຳເນີນງານເພື່ອໃຫ້ການຊຸກຍູ້ສົ່ງເສີມຢ່າງເຕັມສ່ວນໃນການປູກມັນ ຕົ້ນ ຢູ່ເມືອງຮົ່ມ

(12-03-2013) ເສັ້ນທາງແຕ່ເທດສະບານເມືອງຮົ່ມ ເຊື່ອມຕໍ່ຫາບ້ານກະທະ-ບ້ານນ້ຳທວາຍ ແຂວງ ວຽງຈັນ-ທາງຫຼວງເລກທີ 13ໃຕ້ບ້ານປາກທວາຍ ແຂວງບໍລິຄໍາໄຊ ສະເພາະຈຸດນ້ຳຮົ່ມ(ບ້ານ ຜາແອ່ນ) ທີ່ມີພູສູງຊັນການສັນຈອນໄປ-ມາຂອງປະຊາຊົນພົບຄວາມລຳບາກນັ້ນ ແມ່ນໄດ້ ຮັບການແກ້ໄຂເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກຂຶ້ນ ພາຍຫຼັງທີ່ບໍລິສັດລາວ-ອິນ ໂດໄຊນາກຣຸບມະຫາຊົນ ໄດ້ໃຫ້ທຶນຊ່ວຍເຫຼືອ ແລະ ສ້ອມແປງເສັ້ນທາງດັ່ງກ່າວໃນວັນທີ 17 ພະຈິກ 2012 ມູນຄ່າ 24 ລ້ານກີບທ່ານ ບຸນວຽງ ພົມມະສອນ ນາຍບ້ານຜາແອ່ນ ໄດ້ກ່າວວ່າ: ໄລຍະຜ່ານມາເຫັນວ່າ ການສັນຈອນໄປ-ມາຂົນສົ່ງສິນຄ້າຂອງປະຊາຊົນໃນຈຸດນ້ຳຮ່ວມນີ້ເຫັນວ່າພົບຄວາມຫຍຸ້ງຍາກ ຫຼາຍ ເພາະຈຸດດັ່ງກ່າວເປັນຈຸດພູສູງຊັນ ລົດທຸກປະເພດໄປ-ມາດ້ວຍຄວາມລຳບາກ ສຳລັບ ລົດບັນທຸກສິນຄ້າໜັກແມ່ນບໍ່ສາມາດແລ່ນຜ່ານໄດ້ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຂອງ ປະຊາຊົນໃນເຂດນີ້ຕົ້ນຕໍແມ່ນຢຶດຖືອາຊີບກະສິກຳ ເວົ້າສະເພາະແມ່ນປູກມັນຕົ້ນສະໜອງໃຫ້ ແກ່ໜ່ວຍບໍລິການຂອງບໍລິສັດລາວ-ອິນໂດໄຊນາກຣຸບ ສາຂາເມືອງຮົ່ມ ແມ່ນພົບຄວາມລຳບາກ ແຕ່ພາຍຫຼັງທີ່ບໍລິສັດລາວ-ອິນໂດໄຊນາກຣຸບ ໄດ້ໃຫ້ທຶນສ້ອມແປງຈຸດດັ່ງກ່າວນີ້ແລ້ວຈະຊ່ວຍໃຫ້ການໄປ-ມາ ຂົນສົ່ງສິນຄ້າມີຄວາມສະດວກຂຶ້ນ ທັງຂົນສົ່ງສິນຄ້າໄດ້ຫຼາຍ ແລະ ວ່ອງໄວ.

ຂະນະທີ່ຫົວໜ້າສົ່ງເສີມປູກມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາກຣຸບ ສາຂາເມືອງ ຮົ່ມ ທ່ານ ຄຳດີ ພະລັງສີ ກໍໄດ້ກ່າວວ່າ: ການປູກມັນຕົ້ນຂອງປະຊາຊົນເຂດນີ້ສະໜອງໃຫ້ບໍລິ ສັດພວກເຮົາ ໃນປີຜ່ານມາແມ່ນມີບໍ່ຫຼາຍ ແຕ່ຕົກມາປີນີ້ປະຊາຊົນໄດ້ຫັນມາປູກມັນຕົ້ນສະໜອງໃຫ້ພວກເຮົາແມ່ນເພີ່ມຂຶ້ນເປັນ 70 ກວ່າຄອບຄົວ ມີເນື້ອທີ່ 269 ເຮັກຕາ ຄາດວ່າຈະ ສາມາດ ສະໜອງມັນຕົ້ນໄດ້ 5.000 ກວ່າໂຕນ(ສະເພາະບ້ານຜາແອ່ນ) ນອກນີ້ຍັງມີບ້ານນ້ຳ ປຸງ ມີເນື້ອທີ່ 10 ກວ່າເຮັກຕາ ຄິດໄລ່ເປັນເງິນແມ່ນ 1 ຕື້ກວ່າກີບ ສະນັ້ນໃນເມື່ອພວກ ເຮົາໄດ້ຕັດສິນໃຈໃຫ້ທຶນສ້ອມແປງເສັ້ນທາງຈຸດໜ້ຳຮົ່ມນີ້ ແມ່ນຈະມີຜົນດີໃນການອຳນວຍ ຄວາມສະດວກໃນການຂົນສົ່ງມັນຕົ້ນເຫຼົ່ານີ້ສະໜອງໃຫ້ພວກເຮົາ.

ເພື່ອເປັນການກະຕຸກຊຸກຍູ້ເຮັດໃຫ້ວຽກງານການສົ່ງເສີມການປູກມັນຕົ້ນຢູ່ເມືອງຮົ່ມດຳ ເນີນໄປຢ່າງມີປະສິດທຜົນ ແລະ ກວ້າງຂວາງຂຶ້ນກວ່າເກົ່າ ທັງຮັບປະກັນທາງດ້ານລາຄາມັນ ຕົ້ນໃຫ້ມີຄວາມໝັ້ນຄົງ ແນໃສ່ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເວົ້າລວມ ເວົ້າສະ ເພາະປະຊາຊົນຢູ່ເຂດເມືອງຮົມເທື່ອລະກ້າວນັ້ນ ທ່ານ ລາວຢ່າງ ຈາວ່າ ຄະນະປະຈໍາພັກ ເມືອງຮອງເຈົ້າເມືອງຮົ່ມ ໄດ້ເນັ້ນໃຫ້ບໍລິສັດລາວ-ອິນໂດໄຊນາກຣູບມະຫາຊົນ ເລັ່ງສ້າງລະ ບຽບການເກັບຊື້ ການຂົນສົ່ງທີ່ເພື່ອຫລີກລ້ຽງການສວຍໂອກາດຈາກພໍ່ຄ້າຄົນກາງທີ່ຈະເກັບຊື້ມັນຕົ້ນຈາກຊາວສວນໄປຂາຍໃຫ້ບໍລິສັດ ເພາະໄລຍະຜ່ານມາບັນຫາດັ່ງກ່າວນີ້ເກີດຂື້ນແລ້ວ ແລະ ໄດ້ກາຍເປັນສິ່ງປັ່ນປ່ວນ ເປັນພາບດ້ານລົບຕໍ່ບໍລິສັດ ແລະ ຊາວກະສິກອນ ຍ້ອນບາງຄົນບໍ່ເຂົ້າໃຈຕໍ່ການປະຕິບັດນະໂຍບາຍການຊຸກຍູ້ສົ່ງເສີມ ການປູກປະກອບ ສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ພ້ອມດຽວກັນທ່ານຮອງເຈົ້າເມືອງຍັງໄດ້ເນັ້ນໃຫ້ຂະແໜງອຸດ ສາຫະກໍາ ແລະ ການຄ້າກະສິກໍາ ແລະ ປ່າໄມ້ເມືອງ ຈົ່ງເພີ່ມທະວີການປະສານງານກັບບໍລິ ສັດ ສ້າງຄວາມສະດວກໃນການຄຸ້ມຄອງ ການຊຸກຍູ້ສົ່ງເສີມ ຄຸ້ມຄອງກົນໄກລາຄາ ເຊິ່ງຈະເກີດຜົນປະໂຫຍດຕໍ່ປະຊາຊົນ ຕໍ່ການປົກຄອງເມືອງ ແລະ ຕໍ່ບໍລິສັດລາວ-ອິນໂດໄຊນາກຣູບ ມະຫາຊົນ ໂດຍນັບແຕ່ໂຄງການສົ່ງເສີມການປູກມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາກຣູບ ມະຫາຊົນ ເຂົ້າມາເມືອງຮົ່ມ ໄດ້ສ້າງວຽກເຮັດງານທໍາສ້າງລາຍໃຫ້ແກ້ປະຊາຊົນແທ້ຈິງ ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຖານະດີຂື້ນ ຄອບຄົວທີ່ທຸກຍາກມີຈໍາຫລຸດລົງຢ່າງຈະ ແຈ້ງ ຈຶ່ງເນັ້ນໃຫ້ບໍລິສັດເພີ່ມທະວີການຊຸກຍູ້ສົ່ງເສີມປະຊາຊົນໄປທຸກໆບ້ານຢູ່ເມືອງຮົ່ມ.

ໂອກາດນີ້ທ່ານ ຈັນຖະຫນອມ ວົງວິໄຊ ຮອງປະທານ ບໍລິສັດລາວ-ອິນໂດໄຊນາ ກຣູບມະຫາຊົນ ກໍໄດ້ກ່າວວ່າ: ບໍລິສັດພ້ອມຈະປະຕິບັດຕາມທິດຊີ້ນໍາຂອງທ່ານຮອງເຈົ້າເມືອງ ແລະ ຈະໃຫ້ການຮ່ວມມືກັບພາກລັດ ເພື່ອເຮັດໃຫ້ໂຄງການສົ່ງເສີມປູກມັນຕົ້ນຂອງບໍລິສັດດໍາ ເນີນໄດ້ຕໍ່ ທັງເສີມຂະຫຍາຍເນື້ອທີ່ອອກໃຫ້ຫລາຍທີ່ສຸດ ແລະ ບໍລິສັດຈະສຸມທຸກທ່າແຮງທີ່ມີ ເຂົ້າໃນການຊຸກຍູ້ສົ່ງເສີມທັງໃຫ້ການແນະນໍາທາງດ້ານວິຊາການປູກແນວພັນ ທຶນຮອນ ແລະ ເປັນຜູ້ເກັບຊື້ຜົນຜະລິດຈາກຊາວກະສິກອນ.

ສຳລັບປີ2012 ເປັນປີທີ 4 ທີ່ໄດ້ເລີ້ມໂຄງການສົ່ງເສີມປູກມັນຕົ້ນຢູ່ເມືອງຮົ່ມ ໃນແຕ່ລະປີການປູກມັນຕົ້ນມີເນື້ອທີ່ກວ້າງອອກຕໍ່ເນື່ອງ ໂດຍສະປີນີ້ຫາກໍ່ເລີ້ມຕົ້ນການປູກ ແຕ່ເນື້ອທີ່ບັນລຸແລ້ວ 800 ເຮັກຕາ ແລະ ຄາດຄະເນວ່າຫມົດລະດູການປູກ ເນື້ອທີ່ຈະບັນລຸເກີນ 1000 ເຮັກຕາ ຫລາຍກວ່າຫລືເພີ້ມຂື້ນ 2 ເທົ່າຈາກການປູກປີຜ່ານມາ ສາຍເຫດເນື້ອທີ່ມັນຕົ້ນປູກຢູ່ເມືອງຮົ່ມ ຂະຫຍາຍຕົວໄວ ກໍຍ້ອນການຕື່ນຕົວຂອງປະຊາຊົນໃນການຜະລິດເປັນສິນຄ້າທີ່ໄດ້ແຮງຍູ້ມາຈາກຜູ້ທີ່ປູກມາກ່ອນມີລາຍຮັບດີຂື້ນ ສ້າງຄວາມກະຕືລືລົ້ນໃຫ້ແກ່ຜູ້ທີ່ບໍ່ເຄີຍປູກ ຫັນມາປູກ ຢ່າງເປັນຂະບວນ ຈຶ່ງເຮັດໃຫ້ເນື້ອທີ່ມັນປູກຂະຫຍາຍກວ້າງອອກຢ່າງໄວວາ “ທ່ານ ຄໍາດີ ກ່າວ”.

You May Also Like

About the Author: admin