ພິທີມອບ-ຮັບຜູ້ອຳນວຍການໂຮງງານແປ້ງມັນຕົ້ນ

ວັນທີ 17 ມັງກອນ 2012 ອີງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກ ງານຂອງບໍລິສັດແປ້ງມັນຕົ້ນ, ດັ່ງນັ້ນຈິງພິທີມອບ-ຮັບຫນ້າທີ່ຜູ້ອຳນວຍການໂຮງງານແປ້ງມັນຕົ້ນທີ່ຂື້ນກັບບໍລິ ສັດລາວ-ອີນໂດໄຊນາກຣຸບມະຫາຊົນຂື້ນລະຫວ່າງທ່ານ ຈັນທະຫມອນ ວົງວິໄຊ ຜູ້ອໍານວຍການຜູ້ເກົ່າໄປເຮັດຫນ້າທີ່ໃຫມ່ວຽກໃຫມ່ ແລະ ທ່ານ ດວງດີ ພົມມະຈັນເປັນຜູ້ອໍານວຍການຜູ້ໃຫມ່, ພິທີດັ່ງກ່າວໄດ້ມີຂື້ນໃນວັນທີ 17 ມັງກອນ 2012 ທີໂຮງງານແປ້ງ ມັນຕົ້ນບ້ານນາຊອນເມືອງປາກງື່ມ ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຂອງທ່ານ ແສງມາລີແສງ ວັດທະນາ ປະທານສະພາອໍານວຍ ການ, ທັງເປັນອໍານວຍການໃຫຍ່ບໍລິສັດລາວ- ອິນໂດໄຊນາກຣຸບມະຫາຊົນ, ທ່ານ ຄຳອ້ວນ ຮຸ່ງດວງຈັນ ທີ່ປືກສາສະພາອຳນວຍການດ້ານກົດຫມາຍ, ມີບັນ ດາຮອງ ເຈົ້າ, ນາຍບ້ານ ແລະ ພະນັກງານ ແລະ ແຂກ ຖືກເຊີນເຂົ້າຮ່ວມ.

You May Also Like

About the Author: admin