ບໍລິສັດລາວອີນໂດໄຊນາກຣຸບຮັບເອົາ ມະຫາຊົນຜູ້ກ້າວຫນ້າເຂົ້າເປັນສະມາຊິກກໍາມະບານ

23/12/2011 ອົງການຈັດຕັ້ງກໍາມະບານໂຮງງານແປ້ງມັນຕົ້ນທີ່ຂື້ນກັບບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນໄດ້ມີພິທີຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກກໍາມະບານພ້ອມທັງສ້າງຕັ້ງຮາກຖານກໍາມະບານໂຮງງານແປ້ງມັນຕົ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານຊື່ນ ຊວງ ດວງຕາວິໄລຮອງປະທານກໍໍາມະບານນະຄອນຫລວງວຽງຈັນ, ມະບານໂຮງງານແປ້ງມັນຕົ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານຊື່ນ ຊວງ ດວງຕາວິໄລ ຮອງປະທານກໍໍາມະບານ ນະຄອນຫລວງວຽງຈັນ, ທ່ານແສງມາລີ ແສງວັດທະນາປະທານບໍລິສັດລາວ- ອີນໂດໄຊນາກຣຸບມະຫາຊົນ, ມີຄະນະພັກມີຜູ້ຊີ້ນໍາ ອົງການ ຈັດຕັ້ງມະຫາຊົນເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີຮັບສະມາຊິກກໍາມະບານໃນຄັ້ງນີ້ມີທັງຫມົດ 15 ສະຫາຍເປັນຍິງ 7 ສະຫາຍ, ການຮັບເອົາກໍາມະບານຄັ້ງນີ້ເປັນຄັ້ງທໍາອິດເພື່ອສ້າງໃຫ້ມີຫນ່ວຍກໍາມະບານຢູ່ໂຮງງານແປ້ງ ມັນຕົ້ນທັງເປັນການເສີມຂະຫຍາຍບົດບາດຂອງກໍາມະບານລົງ ເຖິງຮາກຖານ ການຜະລິດ ແລະ ສົ່ງເສີມມະຫາຊົນກ້າວຫນ້າມີຄວາມຫ້າວຫັນຕໍ່ຫນ້າທີ່ວຽກງານ ແລະ ຮັບປະກັນຜົນ ປະໂຫຍດຂອງກໍໍາມະກອນປົກປັກຮັກສາເສດຖະກິດຂອງໂຮງງານກໍ່ຄືເສດຖະກິດສັງຄົມຂອງຊາດ.

ໃນໂອກາດດັ່ງກ່າວທ່ານຮອງປະທານກໍໍາມະບານຍັງໄດ້ກ່າວຕື່ມວ່າ:ໂອກາດຫນ້າທາງໂຮງງານຂອງພວກເຮົາຍັງມີແຜນຮັບເອົາມະຫາຊົນຜູ້ກ້າວຫນ້າເຂົ້າເປັນສະມາຊິກກໍາມະບານຕື່ມອີກ, ພິທີດັ່ງກ່າວໄດ້ມີຂື້ນກາງ ເດືອນທັນວາ 2011 ທີ່ໂຮງງານແປ້ງມັນຕົ້ນ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

You May Also Like

About the Author: admin