ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ລົງ​ຊີ້​ນໍາ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ລາວ-ອິນ​ໂດ​ໄຊ​ນາ ກຣຸບ

ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວພ້ອມ​ຄະນະ​ລົງ​ຊີ້​ນໍາ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ລາວ-ອິນ​ໂດ​ໄຊ​ນາ ກຣຸບມະຫາຊົນໃນ​ການ​ຜະລິດ​ສິນຄ້າ​ສົ່ງ​ອອກ, ສ່ວນ​ປະທານ​ບໍລິສັດ​ຂໍ​ລັດ​ແກ້ສາມ​ບັນຫາ.

ວັນ​ທີ 20 ມັງກອນ 2012 ຂະນະ​ທີ່ ທ່ານ ທອງ​ສິງ ທໍາມະ​ວົງ ນາຍົກລັດຖະມົນຕີ, ພ້ອມດ້ວຍທ່ານ ສຸ​ກັນ ມະຫາລາດ ເລຂາ​ທິການ​ສູນ​ກາງ​ພັກເຈົ້າ​ຄອງ​ນະຄອນ​ຫລວງ​ວຽງ​ຈັນ ແລະ ທ່ານ ດຣ. ນາມວິ​ຍະ​ເກດ ລັດຖະ​ ມົນຕີ​ວ່າການ​ກະຊວງ​ອຸດສາ​ຫະ​ກໍາ ແລະ ການ​ຄ້າ​ລົງ​ ໄປຢ້ຽມຢາມ​ໂຮງງານ, ເມື່ອ​ວັນ​ທີ 20 ມັງກອນ 2012 ນີ້, ທ່ານ ແສງ​ມາລີ ແສງ​ວັດທະນາ ປະທານ​ສະພາ​ບໍລິ ິຫານບໍລິສັດ ​ລາວ-ອິນ​ໂດ​ໄຊ​ນາກຣຸບ ມະຫາຊົນ ລາຍ​ງານ​ວ່າ: ຂະ​ບວນ​ການ​ປຸກລະດົມ​ປະຊາຊົນ​ປູກ​ມັນຕົ້ນ ແລະ ສ້າງຕັ້ງ​ໂຮງງານ​ຜະລິດ​ແປ້ງມັນຕົ້ນ​ແມ່ນ​ໄດ້​ນໍາ​ ເອົາ​ແນວ ທາງ​ນະໂຍບາຍ ຂອງ​ພັກ ແລະ ລັດ​ມາ​ຈັດ ​ຕັ້ງ​ປະຕິບັດ​ຈົນ​ໄດ້​ຮັບຫມາກຜົນ​ຄື:

ດ້ານ​ໂຮງງານ​ໄດ້ຫັນ​ຈາກ​ການ​ຜະລິດ​ແບບ​ປະຖົມປະ​ຖານ​ມາ​ເປັນ​ການ​ຜະລິດ​ ທີ່ທັນ​ສະໄຫມ​ຂຶ້ນ​ເທື່ອ ລະ​ກ້າວ, ສາມາດ ​ສ້າງ​ວຽກ​ເຮັດ​ງານ​ທໍາປົກກະຕິ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ ແລະ ແກ້​ໄຂ​ຄວາມທຸກ​ຍາກໄດ້​ໃນ​ລະດັບ​ອັນ​ແນ່ນອນ.

ສ່ວນ​ໂຄງການ​ປູກ​ມັນຕົ້ນ ແມ່ນ​ແນໃສ່​ເມືອງ​ທຸກ​ຍາກ​ຄື: ເມືອງ​ສັງ​ທອງ ນະຄອນຫລວງວຽງ​ຈັນ, ເມືອງ​ຮົ່ມ ແຂວງ​ວຽງຈັນ, ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳໄຊ ແລະ ເມືອງ​ອື່ນໆ, ມາ​ຮອດ ປະຈຸ​ບັນ ​ເນື້ອທີ່​ມັນຕົ້ນ​ມີ 7.689 ເຮັກຕາ ໃນ 3 ແຂວງ, 13 ເມືອງ 171 ຫມູ່​ບ້ານ, ມີ​ຜູ້​ປູກ 2.713 ຄອບຄົວ, ຜົນ​ຜະລິດ​ທັງຫມົດ​ຍັງ​ບໍ່​ສາມາດ​ຕອບ​ສະຫນອງ​ໃຫ້​ແກ່​ການ​ຜະລິດ​ແປ້ງໄດ້​ຕາມ ​ຄວາມ​ຕ້ອງການ ເຊິ່ງແຕ່​ລະ​ມື້​ມີ​ຄວາມ​ຕ້ອງການ​ມັນຕົ້ນ​ດິບ 1.000-1.200 ໂຕນ, ແຕ່​ການ​ສະຫນອງ​ຕົວ​ຈິງ​ໄດ້​ປະມານ 70-80% ເທົ່າ​ນັ້ນ.

ພ້ອມ​ກັນ​ນັ້ນ ປະທານ​ບໍລິສັດກໍ່​ສະເຫນີ 3 ປະເດັນ​ໃຫ້​ລັດ​ຊ່ວຍຄື: ສະເຫນີ​ສຳ​ປະທານ​ດິນ​ລັດ 15 ພັນ​ເຮັກຕາ​ຢູ່​ເຂດ​ນະຄອນຫລວງ ແລະ ບໍ​ລິ​ຄຳ​ໄຊ ເພື່ອ​ເປັນສວນ​ສາທິດ​ໃຫ້​ປະຊາຊົນ​ມາຖອດ​ຖອນ​ບົດຮຽນ, ຂໍ​ພາກສ່ວນມະຫາ​ພາກ​ໃຫ້ການ​ສະຫນັບ​ສະຫນູນ​ການ​ວາງ​ນະໂຍບາຍ ແລະ ກົນ​ໄກ​ເອື້ອ​ອຳນວຍ​ໃຫ້​ແກ່​ທຸລະກິດ ແລະ ການ​ສົ່ງ​ອອກ; ຂໍ້​ລັດ​ສະຫນອງ​ທຶນ​ປູກ​ມັນຕົ້ນ​ໃຫ້​ປະຊາຊົນ​ດອກ​ເບ້ຍ​ຕ່ຳ​ບໍລິສັດ​ຈະ​ ຄຸ້ມ ຄອງ ແລະ ໃຊ້​ຄືນ.

ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ກ່າວ​ວ່າ: ໃນນາມ​ລັດຖະບານ​ຂໍ​ຊົມເຊີຍ​ບໍ​ລິສັດ​ທີ່​ມີ​ຄວາມ​ອົດທົນ​ພັດທະນາຕົນ​ ເອງ​ຈົນ​ປະສົບ​ຜົນສໍາເລັດ, ທີ່​ຫນ້າ​ຍິນ​ດີ​ກວ່າ​ນີ້ ​ຄືການ​ຈະ ເຂົ້າ​ຈົດ​ທະບຽນ​ໃນ​ຕະຫລາດຫລັກ​ຊັບ​ຈົ່ງ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດໃຫ້​ສຳເລັດ ເພື່ອ​ລະດົມ​ທຶນ​ມາ​ພັດທະ​ນາ​ທຸລະ​ກິດ​ໃຫ້​ກ້າວ​ຂຶ້ນ ແລະ ພາກ​ລັດ​ຈະ​ສະຫນັບສະຫນູນເລື່ອງ​ຂອງ​ການ​ປຸກລະດົມ​ຂົນຂວາຍ​ປະຊາຊົນ​ປູກ​ມັນຕົ້ນ​ສະຫນອງ​ໃຫ້​ໂຮງງານ​ຜະລິດ​ແປ້ງໄດ້​ຢ່າງ​ພຽງພໍ, ຂໍ​ໃຫ້​ບໍລິສັດສືບຕໍ່​ພັດທະນາ​ໃຫ້​ໄດ້​ທັງ​ຄຸນນະ​ພາບ ແລະ ປະລິມານ​ມີ​ຍອດສົ່ງ​ອອກ​ໃຫ້​ຫລາຍ​ຂຶ້ນ.

You May Also Like

About the Author: admin