ຊາວສວນມັນຕົ້ນພໍໃຈຕໍ່ນະໂຍບາຍຈ່າຍເງິນກັບທີ່ຂອງ ໂຮງງານແປ້ງມັນຕົ້ນອີນໂດໄຊນາ

Mr Sengmaly Sengvatthana and Ms Liang Xue Zhen shake hands after the signing.

22/12/2011 ຊາວກະສິກອນຫລາຍເມືອງທີ່ມີອາຊີບປູກມັນຕົ້ນຫລາຍເມືອງພໍໃຈ ຕໍ່ຜົນໄດ້ຮັບຈາກການປູກມັນຕົ້ນພາຍຫລັງບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນ ຫລືໂຮງງານແປ້ງມັນຕົ້ນໄດ້ຮັບ ປ່ຽນນະໂຍບາຍດ້ານການເງິນໃຫມ່ໂດຍ ການຂື້ນລາຄາຊື້ມັນຕົ້ນຈາກ 5 ແສນກີບມາເປັນ 6ແສນກີບຕໍ່ໂຕນ, ໃນຄະນະດຽວກັນຊາວກະ ສິກອນທີ່ນໍາມັນຕົ້ນມາຂາຍກໍ່ສາມາດຮັບເງິນໄດ ້ກັບທີ່ໂລດ.

ທ່ານແສງມາລີແສງວັດທະນາປະທານບໍລິສັດລາວ-ອີນໂດໄຊນາກຮຸບມະຫາຊົນ ກ່າວວ່າ: ການປັບປຸງນະໂຍບາຍ ດັ່ງກ່າວເລີ່ມຂື້ນເມື່ອບໍ່ຕົນ ມານີ້ແລະເປັນການປະຕິບັດຕາມຄວາມຕ້ອງການຂອງຊາວສວນເອງ, ໂດຍບໍລິສັດຮັບ ຊື້ມັນ ຕົ້ນຕະຫລອດ 24 ຊົ່ວໂມງໃນລາຄາ 6 ແສນກີບ ຕໍ່ໂຕນ, ທ່ານແສງມາລີ ກ່າວວ່າ: ເມື່ອກ່ອນບໍລິສັດເກັບຊື້ໃນລາຄາ 5ແສນກີບຕໍ່ໂຕນເທົ່ານັ້ນແລະ ປະຊາຊົນທີ່ນໍາມັນຕົ້ນມາຂາຍກໍ່ຈະບໍ່ໄດ້ເງີນ ທັນທີໂລດ, ເນື່ອງຈາກວ່າ ເນື່ຶອງຈາວ່າຕ້ອງໄດ້ນໍາມາເອົາຢູ່ບໍລິສັດໃຫຍ່ຢູ່ນະຄອນຫລວງວຽງຈັນສະນັ້ນຕ້ອງ ໄດ້ໄຊ້ເວລາ 23 ມື້ ຈື່ງຈະໄດ້ເງິນ ແນວໃດກໍ່ຕາມພາຍຫລັງມີການປັບປຸງນະໂຍບາຍນະໂຍບາຍຄືດັ່ງກ່າວເຫັນວ່າຊາວກະສິ
ກອນມີຄວາມພໍໃຈ ແລະ ດີໃຈຫລາຍ ຍ້ອນພວກ ເຂົ້າເຂົ້າເຖິງການຂາຍຜົນຜະລິດທີ່ສະດວກຂື້ນກວ່າເກົ່າ.

ທ່ານຊື່ນຊວງດວງຕາວິໄລທີ່ຖືເອົາການປູກມັນຕົ້ນເປັນອາຊິບສໍາຮອງເພື່ອແກ້ໄຂຄອບຄົວ ແຕ່ປີ 2009 ເຖິງປະຈຸບັນມີ ເນື້ອທີ 20 ເຮັກຕາຢູ່ເຂດບ້ານຝາງແດງ ເມືອງປາກງື່ມນະຄອນ ຫລວງວຽງຈັນກ່າວວ່າ: ກະສິກອນມີຄວາມພໍ່ໃຈຫລາຍ ຕໍ່ນະໂຍບາຍການສໍາລະເງິນເກັບທີ່ ຂອງບໍລິສັດ ເຊິ່ງເປັນເງື່ອນໄຂຕໍ່ຊາວກະສິກອນຫັນມາປູກມັນຕົ້ນນັບມື້ນັບຫລາຍຂື້ນ.

ທ້າວພອນໄຊປະຊາຊົນບ້ານໂພນໄຊເມືອງຮົ່ມແຂວງວຽງຈັນກ່າວວ່າ: ຂອບຄົວຕົ້ນເລີ່ມປູກ ັນຕົ້ນເທື່ອທໍາອິດໃນເນື້ອ ທີ່1ເຮັກຕາຍ້ອນເຫັນ ບໍລິສັດລົງໄປຊຸກຍູ້ສົ່ງເສີມບວກກັບເຫັນປະຊາຊົນຢູ່ເຂອເມືອງຮົມປູກຫລາຍ, ມີຜົນຜະລິດຫລາຍ, ບົວລະບັດງ່າຍລາຍຮັບດີຈຶ່ງຫັນມາປູກ, ຜ່ານການເກັບກູ້ກໍ່ເຫັນວ່າມີຜົນຜະລິດຫລາຍກວ່າພືດ ຊະນິດອື່ນໆ ທ້າວ ນິດ ບຸນຕາຮັກຊາວສວນບ້ານສົມສະອາດເມືອງທ່າພະບາດ ແຂວງບໍລິຄໍາໄຊ ກ່າວວ່າ: ປູກມັນຕົ້ນມາໄດ້ 2 ປີ ໃນເນື້ອ ທີ່ 3 ເຮັກຕາເຊິ່ງຜົນໄດ້ຮັບແມ່ນຂາຍໃຫ້ໂຮງງານແປງມັນຕົ້ນລາວ-ອີນໂດໄຊນາ ແລະ ຮູ້ສືກດີໃຈຫລາຍທີ່ບໍລິສັດ ໄດ້ຈ່າຍເງິນສົດໃຫ້ຊາວ ກະສິກອນກັບທີ່.

ທ່ານ ແສງມາລີ ກ່າວວ່າ:ປະຈຸບັນບໍລິສັດໄດ້ເປີດຈຸດເກັບຊື້ມັນຕົ້ນຄືໂຮງງານຜະລິດແ້ປງມັນຕົ້ນຫລັກ 47 ເມືອງປາກງື່ມ, ເມືອງຮົມ,ເມືອງສັງທອງ ແລະ ຫ້ອງການໃຫຍ່ເມືອງຈັນທະບູລີນະຄອນຫລວງວຽງຈັນ, ໂດຍມື້ຫນຶ່ງຈະຈ່າຍ ເງິນໃນການ ເກັບຊື້ມັນຕົ້ນຢູ່ປະມານ 400-500 ລ້ານກີບ, ແນວໃດກໍ່ຕາມສໍາລັບການສົ່ງເສີມການປູກມັນຕົ້ນຂອງບໍລິສັດໄດ້ກວມເອົາ 10ກວ່າເມືອງທຸກຍາກຢູ່ແຂວງວຽງຈັນ,ບໍລິຄໍາໄຊແລະນະຄອນ ຫລວງວຽງຈັນ, ເຊິ່ງຜ່ານການເຮັດຕົວຈິງເຫັນວ່າປະຊາຊົນມີລາຍ ຮັບຈາກການ ປູກມັນຕົ້ນເປັນກອບເປັນກໍາ, ເຮັດໃຫ້ຊິວິດການເປັນ ຢູ່ຂອງ ເຂົ້າເຈົ້າດີຂື້ນເຫັນໄດ້ຢ່າງຈະແຈ້ງເຊັ່ນ: ຄອບຄົວທີ່ເຄີຍໄຊ້ລໍ້ຍູ້ມັນຕົ້ນມາ ຂາຍກໍ່ມາປ່ຽນໄຊ້ລົດຕ໊ອກໆ ຫລືເຄີຍ ໄຊ້ລົດຕ໊ອກໆກໍ່ປ່ຽນມາເປັນ ລົດບັກທຸກ ຮຸ່ນໄດ.

ທ່ານຕຸກຊິງປະຊາຊົນບ້ານຊຽງນາແລເມືອງປາກງື່ມກ່າວວ່າ: ຂ້າພະເຈົ້າເຮັດອາຊິບກະສິກໍາມາຫລາຍປີໂດຍສະ ເພາະ ລ້ຽງໄກ່ພັນຂາຍໂດຍ ໄດ້ຫັນມາປູກມັນຕົ້ນມາໄດ້ 2 ປີໃນເນື້ອທີ 5ເຮັກຕາມັນຕົ້ນປູກງ່າຍມີລາຍໄດ້ດີ, ປະຈຸບັນຂ້ອຍ ມີລາຍຮັບທີ່ແນ່ນອນຈາກການປູກມັນຕົ້ນສາ ມາດປຸກເຮືອນ ແລະ ຊື້ອຸປະກອນການຜະລິດ ໄດ້ຫລາຍ ຢ່າງເພື່ອພາຄອບ ຄົວເຮັດການຜະລິດ,ເພື່ອໃຫ້ຫລຸດພົ້ນອອກຈາກຄວາມຍາກຢ່າງຖາວອນ.

You May Also Like

About the Author: admin