ມັນຕົ້ນເປັນພືດທີ່ປູກງ່າຍແລະເໝາະສົມກັບດີນເກືອບທຸກຊະນິດ.ຍ້ອນທ່າແຮງດັ່ງກ່າວນີ້ຂ້າພະເຈົ້າຈື່ງໄດ້ສົມທົບກັບກົມສົ່ງເສີມ ການຜະລິດແລະການ ຄ້າ,ທະນາຄານນະໂຍບາຍແລະ ທະນາຄານພັດທະນາລາວ ລົງປຸກລະດົມຂົນຂວາຍປະຊາຊົນ ແລະ ຈັດຝືກອົບຮົມ ໃຫ້ປະຊາຊົນຜູ້ທີ່ມີ ຈຸດປະສົງຕ້ອງການປູກມັນຕົ້ນໄດ້ຮູ້ວິທີການປູກ ແລະ ເຂົ້າຫາແຫຼ່ງທືນໂດຍ ໄດ້ສ້າງຕັ້ງ ໂຄງການສົ່ງເສີມການປູກມັນຕົ້ນຂື້ນຊື່ງມີປະຊາຊົນເຂົ້າຮ່ວມເປັນ ສະມາຊິກຈໍານວນຫລວງຫລາຍວິທີສົ່ງເສີມການປູກມັນຕົ້ນຂອງບໍລິສັດ ແມ່ນຮູບແບບ 2+3 ຄື:ປະຊາຊົນເປັນດີນ ແລະ ແຮງງານ,ບໍລິສັດລົງທືນບຸກເບີກເນື້ອທີ່, ສະໜອງແນວພັນ,ເຕັກນິກວິຊາການ ແລະ ເກັບຊື້ຜົນຜະລິດ.ອັນນີ້ກໍ່ເປັນອີກທາງໜື່ງທີ່ໄດ້ປະກອບສ່ວນຊ່ວຍ ລັດຖະບານ ເພື່ອເຮັດໃຫ້ປະຊາຊົນຫຼຸດ ພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ແປ້ງມັນຕົ້ນສາມາດແປຮູບເປັນຜະລິດຕະພັນໄດ້ຫຼາຍຢ່າງເຊັ່ນ: ຜະລິດແປ້ງນົວ, ເຫຼົ້າເກົ້າສີບ,ຜະລິດເຂົ້າໜົມ, ນ້ໍາຫວານ, ຜະລິດ ກາວ, ຜະລິດໝີ່ໄວໄວ, ເສັ້ນລ້ອນ, ໃຊ້ປຸງແຕ່ງອາຫານ, ສາມາດນໍາໃຊ້ເຂົ້າ ໃນໂຮງງານອຸດສາຫະກໍາສາມາດຜະລິດ ເປັນສ່ວນປະສົມຂອງເຈ້ຍແຜ່ນຜັບແລະ ອື່ນໆ.
ນອກຈາກນັ້ນເສດມັນຕົ້ນທີ່ກັ່ນຕອງອອກຈາກແປ້ງແລ້ວຍັງສາມາດນໍາ ໄປຜະລິດເປັນປຸຍແລະຜະລິດເປັນຫົວອາຫານເກືອສັດອີກດ້ວຍ. ຍ້ອນບໍລິສັດ ໄດ້ອໍານວຍຄວາມສະດວກທຸກຢ່າງໃຫ້ຊາວກະສິກອນຜູ້ປູກມັນຕົ້ນຈື່ງເຮັດໃຫ້ຊາວກະສິກອນພາກັນຫັນມາປູກ ມັນຕົ້ນເປັນກຸ່ມແລະລາຍບຸກຄົນຢ່າງເປັນຂະບວນການ. ໃນອະນາຄົດຂ້າພະເຈົ້າຍັງມີ ແຜນການຈະສ້າງໂຮງງານຂະໜາດໃຫຍ່ເພື່ອຮອງຮັບຜົນຜະລິດມັນຕົ້ນຈາກຊາວ ກະສິກອນທີ່ຈະເພີ່ມຂື້ນຢ່າງຫຼວງຫຼາຍ.