ປະທານ
ທ່ານ ແສງມາລີ ແສງວັດທະນາ
ວິໄສທັດ
- ພ້ອມກັນພັດທະນາຄຸນນະພາບແປ້ງມັນຕົ້ນ ລາວ-ອິນໂດໄຊນາ ກ້າວເຂົ້າສູ່ມາດຕະຖານສາກົນ, ຄຽງຄູ່ກັບການດໍາເນີນທຸລະກິດດ້ວຍຄວາມຊື່ສັດ ແລະ ໂປ່ງໃສ.
ພາລະກິດ:
- ສົ່ງເສີມການປູກມັນຕົ້ນເພື່ອຄວາມຮັ່ງມີ.
- ຜະລິດແປ້ງທີ່ມີຄຸນະພາບ, ສະອາດ, ປອດໄພ ປາສະຈາກສານເຈືອປົນ.
- ພ້ອມກັນພັດທະນາຊັບພະຍາກອນບຸກຄົນ.
- ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.
- ແຂ່ງຂັນກັບຕະຫຼາດສາກົນທາງດ້ານລາຄາ ແລະ ຄຸນນະພາບ.
ປະຫວັດຄວາມເປັນມາຂອງບໍລິສັດ
ເລີ່ມຕົ້ນປີ 2003 ຂ້າພະເຈົ້າໄດ້ສ້າງຕັ້ງບໍລິສັດ ລາວ-ອິນໂດໄຊນາ Air Service ຂື້ນໂດຍໃຫ້ບໍລິການໃນການຈອງບ່ອນ, ຂາຍປີ້ຍົນ ພາຍໃນ ແລະ ຕ່າງປະເທດ (ທົ່ວໂລກ) ແລະ ໃນປີ 2004ໄດ້ເປີດ ບໍລິສັດການຄ້າ ຂາເຂົ້າ-ຂາອອກ ຄົບວົງຈອນ ໂດຍນຳເຂົ້າ ສິນຄ້າ: ພາຫະນະ, ອາໄຫ່ລ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ສົ່ງອອກສິນຄ້າກະສິກຳ ພ້ອມກັນນັ້ນ ຂ້າພະເຈົ້າໄດ້ໄປ ຊອກຫາຕະຫຼາດຢູ່ຕ່າງປະເທດອີກຫຼາຍຄັ້ງ ແລະ ເຫັນວ່າ ສປ ຈີນ ມີຄວາມຕ້ອງການ ແປ້ງມັນຕົ້ນເປັນຈຳນວນຫຼວງຫຼາຍເຖີງ 12 ລ້ານໂຕນຂຶ້ນໄປຕໍ່ປີ ຍ້ອນມີທ່າແຮງດັ່ງກ່າວບວກກັບດິນດອນຕອນຫຍ້າທີ່ອຸດົມສົມບູນ ຂອງປະເທດລາວ ແລະ ແຮງງານຂອງ ປະຊາຊົນລາວບັນດາ ເຜົ່າທີ່ມີມູນເຊື້ອ ດຸໝັ່ນ ຂະຫຍັນພຽນ ແລະ ເຄີຍປູກມັນຕົ້ນມາກ່ອນແລ້ວ, ສະນັ້ນ ຂ້າພະເຈົ້າຈຶ່ງ ສົມທົບກັບ ກົມສົ່ງເສີມການຜະລິດ ແລະ ການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ,ທະນາຄານນະໂຍບາຍ, ທະນາຄານພັດທະນາລາວ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງລົງຂົນຂວາຍ, ປຸກລະດົມ ຈັດຝຶກອົບຮົມ ໃຫ້ປະຊາຊົນ ຜູ້ທີ່ມີຈຸດປະສົງຕ້ອງການປູກມັນຕົ້ນຢູ່ ໃນເຂດ 03 ເມືອງ ທຸກຍາກຄື: ເມືອງຮົ່ມ, ເມືອງ ສັງທອງ ແລະ ເມືອງບໍລິຄັນ ນອກຈາກ ນີ້ກໍ່ຍັງມີປະຊາຊົນຈຳນວນຫຼວງຫຼາຍ ທີ່ໄດ້ເຂົ້າຮ່ວມໂຄງການໃນ 03 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຈຸດປະສົງໃນການຝຶກອົບຮົມ ເພື່ອໃຫ້ເຂົາເຈົ້າຮູ້ເຖີງເຕັກນິກວິຊາການ, ວິທີການປູກມັນຕົ້ນ ເພື່ອໃຫ້ໄດ້ຜົນຜະລິດສູງ ແລະ ວິທີເຂົ້າຫາແຫ່ງທຶນ.
ໃນຕົ້ນປີ 2005 ເປັນຕົ້ນມາບໍລິສັດໄດ້ເກັບຊື້ມັນຕົ້ນຊອຍຕາກແຫ້ງເພື່ອສົ່ງອອກຂາຍຕ່າງປະເທດມາເປັນເວລາ 03 ປີ ເຫັນວ່າມີ ຄວາມຫຍຸ້ງຍາກຫຼາຍປະການເຊັ່ນ: ຄ່າຂົນສົ່ງສູງເນື່ອງ ຈາກວ່າປະເທດລາວມີເສັ້ນທາງຄົມມະນາຄົມຫ່າງໄກຈາກທະເລ ແລະ ການຊອຍຕາກແຫ້ງ, ການເກັບຮັກສາຂອງປະຊາຊົນກໍ່ພົບຄວາມຫຍຸ້ງຍາກ ສະນັ້ນຂ້າພະເຈົ້າຈຶ່ງມີ ແນວຄິດສ້າງຕັ້ງໂຮງງານ ຜະລິດແປ້ງມັນຕົ້ນຂື້ນ, ເພື່ອສ້າງເປັນມູນຄ່າເພີ່ມ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ ອີກດ້ວຍ ແລະ ເລືອກຕັ້ງໂຮງງານທີ່ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ໃນວັນທີ 02/07/2007 ເລີ່ມບຸກເບີກເນື້ອທີ່ສ້າງອາຄານ ຕິດຕັ້ງລະບົບເຄື່ອງຈັກ ຊຶ່ງນຳເອົາເຄື່ອງຈັກ ທີ່ທັນສະໄໝມາຈາກ ສປ ຈີນເຂົ້າມາຕິດຕັ້ງ, ມາຮອດວັນທີ 19/06/2008 ໄດ້ເປີດການຜະລິດເປັນທາງການ ແລະ ມີທຶນຈົດທະບຽນທັງໝົດ 5,500,000 USD, ມາຮອດປະຈຸບັນມີທຶນຈົດທະບຽນທັງໝົດແມ່ນ 100 ຕື້ກີບ (ເທົ່ເກັບ 12.5 ລ້ານ ໂດລາ), ພ້ອມດຽວກັນນັ້ນ ໂຮງງານຜະລິດແປ້ງມັນຕົ້ນ ລາວ- ອິນໂດໄຊນາ ຍັງເປັນໂຮງງານຜະລິດແປ້ງແຫ່ງທຳອິດໃນ ສປປ ລາວ ທີ່ເປັນບໍລິສັດເອກະຊົນລາວລົງທຶນ 100%.
ວິທີການຊຸກຍູ້ສົ່ງເສີມການປູກມັນຕົ້ນ ຂອງບໍລິສັດແມ່ນ ຮູບແບບ 2+3
- ປະຊາຊົນ: ເປັນ ດິນ ແລະ ແຮງງານ
- ບໍລິສັດ: ບຸກເບີກເນື້ອທີ່ດິນ, ສະໜອງແນວພັນ-ເຕັກນິກວິຊາການ ແລະ ເກັບຊື້ຄືນ ຜົນຜະລິດໂດຍມີສັນຍາຄ້ຳປະກັນລາຄາຕໍ່າສຸດ
ມາຮອດປະຈຸບັນນີ້ ມີເນື້ອທີ່ປູກມັນຕົ້ນທັງໝົດ 7,689 ເຮັກຕາ ຢູ່ໃນ 3 ແຂວງ, 14 ຕົວເມືອງ, 173 ໝູ່ບ້ານ. 2,582 ຄອບຄົວ. ໂຮງງານມີກຳລັງຜະລິດ 300 ໂຕນຕໍ່ມື້ ແລະ ມີຄວາມຕ້ອງການວັດຖຸດິບ 1,000ໂຕນ ຫາ 1,200ໂຕນຕໍ່ວັນ, ບໍລິສັດມີຕະຫຼາດໃຫ່ຍ ແລະ ເປົ້າໝາຍຫຼັກຢູ່ປະເທດຈີນ.
ໃນປະຈຸບັນນີ້ ບໍລິສັດປະສົບຜົນສຳເລັດໃນລະດັບສູງ, ສະແດງໃຫ້ເຫັນວ່າ: ໄດ້ຮັບໃບຢັ້ງຢືນຂອງໂຮງງານຜະລິດແປ້ງມັນຕົ້ນ ທີ່ໄດ້ມາດຕະຖານ GMP & ISO 9001:2008 ຈາກ ປະເທດອັງກິດ, ແປ້ງມັນຕົ້ນກາເຈັດໃບເປັນແປ້ງທີ່ມີຄຸນນະພາບດີ ເປັນທີ່ນິຍົມ ຂອງລູກຄ້າພາຍໃນ ແລະ ຕ່າງປະເທດ (ໂດຍສະເພາະຢູ່ປະເທດ ສປ ຈີນ) ແລະ ຈັດເປັນອັນດັບໜຶ່ງໃນປະເທດ ສປ ຈີນ.
ນອກຈາກນີ້ບໍລິສັດ ຍັງໄດ້ກຽມພ້ອມ ກ່ຽວກັບເລື່ອງສິ່ງແວດລ້ອມເພາະມັນເປັນສິ່ງທີ່ສຳຄັນທີ່ສຸດ ແລະເປັນຫົວໃຈຫຼັກຂອງ ໂຮງງານ, ສະນັ້ນ ເພື່ອແກ້ໄຂເລື່ອງນ້ຳເສຍນັ້ນ ທາງບໍລິສັດໄດ້ເຮັດອ່າງເກັບນ້ຳເສຍ 12 ອ່າງ, ແຕ່ລະອ່າງມີຄວາມຍາວ 250 ແມັດ, ກວ້າງ 50 ແມັດ ເລິກ 8 ແມັດ, ເພື່ອຮອງຮັບນ້ຳເສຍ ແລະ ບຳບັດໃຫ້ເປັນນ້ຳທີ່ດີອອກສູ່ທຳມະຊາດ. ພ້ອມດຽວກັນນັ້ນທາງບໍລິສັດກໍ່ໄດ້ເຊັນສັນຍາຮ່ວມມືກັບ ບໍລິສັດ ໄທ ໄບໂອແກ໊ດ ໂດຍແມ່ນ ນັກລົງທຶນຄົນ ປະເທດຟິນແລນ ເພື່ອສ້າງຕັ້ງໂຮງງານ BIO-GAS ແລະ ໃນປະຈຸບັນນີ້ກໍ່ຢູ່ໃນໄລຍະການກໍ່ສ້າງຄາດວ່າ ໃນທ້າຍປີ 2011 ນີ້ຈະໄດ້ນຳໃຊ້ ແກ໊ດ.
ມາຮອດປະຈຸບັນບໍລິສັດໄດ້ດໍາເນີນມາເປັນເວລາ 08 ປີກວ່າ ແລະ ມີ 04 ກິດຈະການຄື:
- ກິດຈະການ: ຂອງບອ່ນ, ຂາຍປີ້ຍົນ ພາຍໃນ ແລະຕ່າງປະເທດ (ທົ່ວໂລກ).
- ກິດຈະການ: ການຄ້າ ຂາເຂົ້າ-ຂາອອກ ຄົບວົງຈອນ.
- ກິດຈະການ: ສົ່ງເສີມການປູກມັນຕົ້ນ.
- ກິດຈະການ: ໂຮງງານຜະລິດແປ້ງມັນຕົ້ນ
ສໍາລັບກິດຈະການທີ່ຈະນໍາເຂົ້າ ຈົດທະບຽນໃນຕະຫຼາດຫຼັກຊັບແມ່ນ ມີ 2 ກິດຈະການຄື: ກິດຈະການ ໂຮງງານຜະລິດແປ້ງມັນຕົ້ນ ແລະ ກິດຈະການ ສົ່ງເສີມການປູກມັນຕົ້ນ