ເຈົ້າໜ້າທີ່ກະຊວງແຮງງານ ຢ້ຽມຢາມໂຮງງານແປ້ງມັນຕົ້ນ

(21/12/2012) ທ່ານພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງໄປຢ້ຽມຢາມໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ. ທ່ານ ດວງດີ ພົມມະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຜູ້ອຳນວຍການໂຮງງານແປ້ງມັນຕົ້ນ ໄດ້ລາຍງານຫຍໍ້ເຖີງປະຫວັດຄວາມເປັນມາຂອງບໍລິສັດ, ສະພາບການເຄື່ອນໄຫວ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ ເປັນຕົ້ນແມ່ນນະໂຍບາຍຂອງໂຮງງານຕໍ່ພະນັກງານ, ເງິນເດືອນ, ການກວດສຸຂະພາບປີລະ…

Read more »

ລາວ-ອິນໂດໄຊນາກຣຸບ ເລັ່ງປັບປຸງຂອດດຳເນີນງານເພື່ອໃຫ້ການຊຸກຍູ້ສົ່ງເສີມຢ່າງເຕັມສ່ວນໃນການປູກມັນ ຕົ້ນ ຢູ່ເມືອງຮົ່ມ

(12-03-2013) ເສັ້ນທາງແຕ່ເທດສະບານເມືອງຮົ່ມ ເຊື່ອມຕໍ່ຫາບ້ານກະທະ-ບ້ານນ້ຳທວາຍ ແຂວງ ວຽງຈັນ-ທາງຫຼວງເລກທີ 13ໃຕ້ບ້ານປາກທວາຍ ແຂວງບໍລິຄໍາໄຊ ສະເພາະຈຸດນ້ຳຮົ່ມ(ບ້ານ ຜາແອ່ນ) ທີ່ມີພູສູງຊັນການສັນຈອນໄປ-ມາຂອງປະຊາຊົນພົບຄວາມລຳບາກນັ້ນ ແມ່ນໄດ້ ຮັບການແກ້ໄຂເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກຂຶ້ນ ພາຍຫຼັງທີ່ບໍລິສັດລາວ-ອິນ ໂດໄຊນາກຣຸບມະຫາຊົນ ໄດ້ໃຫ້ທຶນຊ່ວຍເຫຼືອ ແລະ ສ້ອມແປງເສັ້ນທາງດັ່ງກ່າວໃນວັນທີ 17 ພະຈິກ 2012 ມູນຄ່າ 24 ລ້ານກີບທ່ານ ບຸນວຽງ ພົມມະສອນ ນາຍບ້ານຜາແອ່ນ ໄດ້ກ່າວວ່າ: ໄລຍະຜ່ານມາເຫັນວ່າ ການສັນຈອນໄປ-ມາຂົນສົ່ງສິນຄ້າຂອງປະຊາຊົນໃນຈຸດນ້ຳຮ່ວມນີ້ເຫັນວ່າພົບຄວາມຫຍຸ້ງຍາກ ຫຼາຍ…

Read more »

ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ລົງ​ຊີ້​ນໍາ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ລາວ-ອິນ​ໂດ​ໄຊ​ນາ ກຣຸບ

ວັນ​ທີ 20 ມັງກອນ 2012 ຂະນະ​ທີ່ ທ່ານ ທອງ​ສິງ ທໍາມະ​ວົງ ນາຍົກລັດຖະມົນຕີ, ພ້ອມດ້ວຍທ່ານ ສຸ​ກັນ ມະຫາລາດ ເລຂາ​ທິການ​ສູນ​ກາງ​ພັກເຈົ້າ​ຄອງ​ນະຄອນ​ຫລວງ​ວຽງ​ຈັນ ແລະ ທ່ານ ດຣ. ນາມວິ​ຍະ​ເກດ ລັດຖະ​ ມົນຕີ​ວ່າການ​ກະຊວງ​ອຸດສາ​ຫະ​ກໍາ ແລະ ການ​ຄ້າ​ລົງ​ ໄປຢ້ຽມຢາມ​ໂຮງງານ, ເມື່ອ​ວັນ​ທີ 20 ມັງກອນ 2012 ນີ້, ທ່ານ ແສງ​ມາລີ ແສງ​ວັດທະນາ…

Read more »

ພິທີມອບ-ຮັບຜູ້ອຳນວຍການໂຮງງານແປ້ງມັນຕົ້ນ

ວັນທີ 17 ມັງກອນ 2012 ອີງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກ ງານຂອງບໍລິສັດແປ້ງມັນຕົ້ນ, ດັ່ງນັ້ນຈິງພິທີມອບ-ຮັບຫນ້າທີ່ຜູ້ອຳນວຍການໂຮງງານແປ້ງມັນຕົ້ນທີ່ຂື້ນກັບບໍລິ ສັດລາວ-ອີນໂດໄຊນາກຣຸບມະຫາຊົນຂື້ນລະຫວ່າງທ່ານ ຈັນທະຫມອນ ວົງວິໄຊ ຜູ້ອໍານວຍການຜູ້ເກົ່າໄປເຮັດຫນ້າທີ່ໃຫມ່ວຽກໃຫມ່ ແລະ ທ່ານ ດວງດີ ພົມມະຈັນເປັນຜູ້ອໍານວຍການຜູ້ໃຫມ່, ພິທີດັ່ງກ່າວໄດ້ມີຂື້ນໃນວັນທີ 17 ມັງກອນ 2012 ທີໂຮງງານແປ້ງ ມັນຕົ້ນບ້ານນາຊອນເມືອງປາກງື່ມ ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຂອງທ່ານ ແສງມາລີແສງ ວັດທະນາ ປະທານສະພາອໍານວຍ ການ, ທັງເປັນອໍານວຍການໃຫຍ່ບໍລິສັດລາວ- ອິນໂດໄຊນາກຣຸບມະຫາຊົນ, ທ່ານ…

Read more »

ບໍລິສັດລາວອີນໂດໄຊນາກຣຸບຮັບເອົາ ມະຫາຊົນຜູ້ກ້າວຫນ້າເຂົ້າເປັນສະມາຊິກກໍາມະບານ

23/12/2011 ອົງການຈັດຕັ້ງກໍາມະບານໂຮງງານແປ້ງມັນຕົ້ນທີ່ຂື້ນກັບບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນໄດ້ມີພິທີຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກກໍາມະບານພ້ອມທັງສ້າງຕັ້ງຮາກຖານກໍາມະບານໂຮງງານແປ້ງມັນຕົ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານຊື່ນ ຊວງ ດວງຕາວິໄລຮອງປະທານກໍໍາມະບານນະຄອນຫລວງວຽງຈັນ, ມະບານໂຮງງານແປ້ງມັນຕົ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານຊື່ນ ຊວງ ດວງຕາວິໄລ ຮອງປະທານກໍໍາມະບານ ນະຄອນຫລວງວຽງຈັນ, ທ່ານແສງມາລີ ແສງວັດທະນາປະທານບໍລິສັດລາວ- ອີນໂດໄຊນາກຣຸບມະຫາຊົນ, ມີຄະນະພັກມີຜູ້ຊີ້ນໍາ ອົງການ ຈັດຕັ້ງມະຫາຊົນເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພິທີຮັບສະມາຊິກກໍາມະບານໃນຄັ້ງນີ້ມີທັງຫມົດ 15 ສະຫາຍເປັນຍິງ 7 ສະຫາຍ, ການຮັບເອົາກໍາມະບານຄັ້ງນີ້ເປັນຄັ້ງທໍາອິດເພື່ອສ້າງໃຫ້ມີຫນ່ວຍກໍາມະບານຢູ່ໂຮງງານແປ້ງ ມັນຕົ້ນທັງເປັນການເສີມຂະຫຍາຍບົດບາດຂອງກໍາມະບານລົງ ເຖິງຮາກຖານ ການຜະລິດ ແລະ ສົ່ງເສີມມະຫາຊົນກ້າວຫນ້າມີຄວາມຫ້າວຫັນຕໍ່ຫນ້າທີ່ວຽກງານ ແລະ…

Read more »

ຊາວສວນມັນຕົ້ນພໍໃຈຕໍ່ນະໂຍບາຍຈ່າຍເງິນກັບທີ່ຂອງ ໂຮງງານແປ້ງມັນຕົ້ນອີນໂດໄຊນາ

22/12/2011 ຊາວກະສິກອນຫລາຍເມືອງທີ່ມີອາຊີບປູກມັນຕົ້ນຫລາຍເມືອງພໍໃຈ ຕໍ່ຜົນໄດ້ຮັບຈາກການປູກມັນຕົ້ນພາຍຫລັງບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນ ຫລືໂຮງງານແປ້ງມັນຕົ້ນໄດ້ຮັບ ປ່ຽນນະໂຍບາຍດ້ານການເງິນໃຫມ່ໂດຍ ການຂື້ນລາຄາຊື້ມັນຕົ້ນຈາກ 5 ແສນກີບມາເປັນ 6ແສນກີບຕໍ່ໂຕນ, ໃນຄະນະດຽວກັນຊາວກະ ສິກອນທີ່ນໍາມັນຕົ້ນມາຂາຍກໍ່ສາມາດຮັບເງິນໄດ ້ກັບທີ່ໂລດ. ທ່ານແສງມາລີແສງວັດທະນາປະທານບໍລິສັດລາວ-ອີນໂດໄຊນາກຮຸບມະຫາຊົນ ກ່າວວ່າ: ການປັບປຸງນະໂຍບາຍ ດັ່ງກ່າວເລີ່ມຂື້ນເມື່ອບໍ່ຕົນ ມານີ້ແລະເປັນການປະຕິບັດຕາມຄວາມຕ້ອງການຂອງຊາວສວນເອງ, ໂດຍບໍລິສັດຮັບ ຊື້ມັນ ຕົ້ນຕະຫລອດ 24 ຊົ່ວໂມງໃນລາຄາ 6 ແສນກີບ ຕໍ່ໂຕນ, ທ່ານແສງມາລີ ກ່າວວ່າ: ເມື່ອກ່ອນບໍລິສັດເກັບຊື້ໃນລາຄາ 5ແສນກີບຕໍ່ໂຕນເທົ່ານັ້ນແລະ ປະຊາຊົນທີ່ນໍາມັນຕົ້ນມາຂາຍກໍ່ຈະບໍ່ໄດ້ເງີນ…

Read more »

ແຂວງບໍລິິຄໍາໄຊຢ້ຽມຢາມໂຮງງານແປ້ງມັນຕົ້ນລາວອີນໂດໄຊນາ

26/11/2011  ພະນັກງານການນໍາພະນັກງານວິຊາການຫ້ອງການກະຊວງກະສິກໍາປ່າ ໄມ້ທີ່ດິນສິ່ງແວດ ລ້ອມແຂວງບໍລິຄໍາໄຊພ້ອມດ້ວຍອໍານວຍການປົກຄອງ ເມືອງ ປາກກະດີງ, ນາຍບ້ານ ແລະ ປະຊາ ຊົນທົ່ງນາມີຈໍານວນ100ກວ່າຄົນ ໄດ້ເຂົ້າຢ້ຽມຢາມແລະຖອດຖອນບົດຮຽນຢູ່ໂຮງງານ ແປ້ງມັນຕົ້ນລາວ – ອິນໂດໄຊນາໃນ ວັນທີ 23 ພະຈິກ 2011 ນີ້ໂດຍ ການນໍາພາຄະນະຂອງ ທ່ານ ນາງ ສີໄຄ ສີປະເສີດ ສະມາຊິກສະພາແຫ່ງຊາດເຂດ 11 ແຂວງ ບໍລິຄໍາໄຊ ແລະ ທ່ານຮອງເຈົ້າເມືອງປາກກະດິງ ການຢ້ຽມຢາມ ຢ້າມຄັ້ງນີ້ໄດ້ຮັບການຕ້ອນຮັບ…

Read more »

ລາວ-ອິນໂດໄຊນາໃຫ້ 2 ບໍລິສັດ ຕ່າງປະເທດເຂົ້າຮ່ວມທຶນ

11/11/2011 ເຊິ່ງ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ນາມ ວິ​ຍະ​ເກດ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ, ມີ​ທ່ານ​ປະທານສະພາ​ອຸດສາຫະກໍາ ແລະ ການຄ້າ ແລະ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ລາວ-ອິນໂດໄຊນາ ເຊັນສັນຍາສ້າງຕັ້ງຕົວແທນຈໍາຫນ່າຍ ແປ້ງມັນຕົ້ນໃນຈີນ (21/10/2011) ເຂົ້າ​ຮ່ວມ​ເປັນ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ​ຄັ້ງ​ນີ້ ໂດຍທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ທ່ານ ຫວງ​ເຕົ້າ ເວ ຫົວຫນ້າ​ແນວ​ໂຮມ​ປະຊາຊົນ​ແຂວງ​ກວາງຊີ, ພ້ອມ​ດ້ວຍ​ຄະນະ​ຜູ້​ແທນລາວ​ທີ່​ເດີນທາງ​ເຂົ້າ​ຮ່ວມ​ງານ​ສະແດງ ​ສິນຄ້າ​ ຈີນ-ອາ​ຊຽນ. ທ່ານ ແສງ​ມາລີ ແສງ​ວັດ…

Read more »

ລາວ-ອິນໂດໄຊນາໃຫ້ 2 ບໍລິສັດ ຕ່າງປະເທດເຂົ້າຮ່ວມທຶນ

11/11/2011 ໃນ​ວັນ​ດຽວ​ກັນ​ທີ່​ກຸ່ມ​ບໍລິສັດ ເປີດເຜີຍ​ຜູ້​ຮ່ວມ​ທຶນ​ນັ້ນ​ກໍ່​ໄດ້​ມີ​ພີທີ​ເປີດ​ຕົວຢ່າງ​ເປັນ​ທາງ​ການ ຂອງ​ບໍລິສັດ ​ລາວ-ອິນ​ໂດ​ໄຊ​ນາກຣຸບ ມະຫາຊົນ ເມື່ອ​ວັນ​ທີ 11 ພະຈິກ​ ຜ່ານ​ມາ​ທີ່​ສໍານັກງານ ໃຫຍ່​ຕະຫລາດ​ຫລັກ​ຊັບ​ລາວ ນະຄອນຫລວງ​ວຽງ​ຈັນ ພ້ອມ​ມີການ​ເຊັນ​ສັນຍາ​ບົດ​ບັນທຶກ​ຄວາມເຂົ້າ ໃຈ​ກັບ​ຄູ່​ຮ່ວມຍຸດ​ທະ​ສາດ​ ໃຫມ່ 2 ບໍລິສັດ​ຕ່າງປເທດ​ລະຫວ່າງ ທ່ານ ແສງມະ​ລີ ແສງ​ວັດທະນາ ປະທານສະພາ​ຜູ້ອໍານວຍການ​ບໍລິສັດລາວ-ອິນ​ໂດ​ໄຊ​ນາ ກຣຸບ ມະຫາຊົນ, ທ່ານ ກູສ໌ຕາບ ໂກ ເດັນ​ຮີມ ຜູ້ອໍານວຍການ​ບໍລິສັດ ໄທ​ໄບ​ໂອແກ໊​ສ ແລະ ທ່ານ​ນາງ…

Read more »

ພາສາລາວ ກຳລັງ ປັບປຸງ

ພາສາລາວ ກຳລັງ ປັບປຸງ

Read more »