ໂຮງງານ​ແປ້ງ​ມັນຕົ້ນ

ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ເປັນ​ແຫ່ງ​ທໍາ​ອິດ​ຂອງສ.ປ.ປ.ລາວ​ໄດ້​ເລີ່​ມສ້າງຕັ້ງ​ແຕ່​ເດືອນ​ກໍລະກົດ ປີ 2007 ​ແລະ​ ​ເປີດ​ດໍາ​ເນີນ ການ​ຜະລິດ​ຢ່າງ​ເປັນ​ທາງ​ການ​ເມື່ອ ວັນ​ທີ 19 ​ເດືອນ​ມິຖຸນາປີ 2008 ດ້ວຍ​ທືນຈົດ​ທະບຽນຫ້າລ້ານ​ໂດ​ລາ​ສະ​ຫາ​ລັດ, ໄດ້​ເລີ່​ມສົ່ງ​ແປ້ງ​ມັນຕົ້ນອອກ​ຂາຍ​ຢູ່​ມົນທົນ​ກວາງຊີ ​ແລະ ມົນທົນ​ຊຽງ​ໄຮ້ ຂອງ ສ.ປ.ຈີນ ​ເປັນຄັ້ງທໍາ​ອິດ​ເມືອ​ວັນ​ທີ 22 ກໍ​ລະ​ກົດ ປີ2008 ຈໍານວນ 340 ​ໂຕນ.

ມາ​ຮອດ​ປະຈຸ​ບັນ​​ໂຮງງານ​ສາມາດ​ຮອງ​ຮັບ​ມັນຕົ້ນດີບ​ຈໍານວນ 1,000-1,200 ​ໂຕນ​ຕໍ່​ມື້ ​ແລະ ສາມາດ ແປ​ຮູບ​ເປັນ​​ແປ້ງມັນຕົ້ນ250-320​ໂຕນ​ຕໍ່​ມື້.ທາງ​ໂຮງງານ​ໄດ້​ຮັບ​ຊື້​ມັນຕົ້ນຈາກ​ຊາວ​ກະສິກອນ​​ໃນ​ລາຄາ​ທີ່​ຄ້ຳປະກັນ, ທັງ​ນີ້​ກໍ່​ຍ້ອນ​ວ່າ ບໍລິສັດ​ມີ​ຕະຫຼາດ​ໃຫຍ່​ຢູ່ ສ.ປ.ຈີນ ທີ່​ຮອງ​ຮັບ​ຂື້​ແປ້ງ​ມັນຕົ້ນຂອງ​ພວກ​ເຮົາ ​ຄື: ບໍລິສັດທ້າຍ​ທົງ​ການ​ຄ້າ ຈໍາກັດ​ຈາກ​ມົນທົນ​ຊຽງ​ໄຮ້ ​ແລະ ບໍລິສັດພັດທະນາ​ການ​ຄ້າ​ຕາ​ເວັນ​ອອກ ​ຈາກ​ມົນທົນກວາງຊີ​ ໄດ້​ເຊັນ​ສັນຍາ​ຊື້​ແປ້ງ​ມັນຕົ້ນ​ແບບ​ມອບ​ເໝົາ. ​ໂຮງງານ​ມີ​ພະນັກງານ​ທັງ​ໝົດ 110 ຄົນມີ​ລະບົບສີ່​ງອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ພະນັກງານ ​ແລະ ກໍາມະກອນຫຼາຍ​ຢ່າງ​ເຊັ່ນ:
ບ່ອນ​ນອນ​ຄົບ​ຊຸດ,ຫໍ​ພັກ​ກໍາມະກອນ​ຊາຍ​ແລະ​ຍີ​ງ, ຫໍ​ພັກ​ຊ່ຽວຊານ​ແລະ​ພະນັກງານບໍລິຫານ, ມີ​ຮ້ານ​ອາຫານ ​ຊື່​ງບໍລິການ 3 ຄາບ​ເຂົ້າ,ມີ​ຫ້ອງ​ປະຖົມພະຍາບານ, ຫ້ອງ​ວິ​ໃຈ​ແປ້ງ​ມັນຕົ້ນ.

ທັງ​ໝົດ​ນີ້​ພະນັກງານ​ບໍ່​ໄດ້​ເສຍ​ຄ່າ​ແຕ່​ຢ່າງ​ໃດ, ນອກ​ນັ້ນ​ເວລາ​ພະນັກງານ​ເຈັບ​ປ່ວຍ​ພວກ​ເຮົາ​ຍັງ​ມີ​ສະຫວັດດີ​ການ​ສັງຄົມ​ທີ່​ດີ​ໃຫ້​ອີກ​ດ້ວຍ.