ລາວ-ອິນໂດໄຊນາ ຖືກຈັດເປັນ 10 ບໍລິສັດ ສ້າງຜົນງານໂດດເດັ່ນໃນຕະຫລາດຈີນ

(31/01/2013) — ບໍລິສັດ ລາວ-ອິນໂດໄຊ ນາ ກຣຸບ ມະຫາຊົນຂອງລາວເປັນຫນຶ່ງໃນ 10 ບໍລິສັດ ໃນກຸ່ມປະເທດອາຊຽນ, ສາມາດຍາດ ລາງວັນ “10 ອັນດັບສຸດຍອດບໍລິສັດອາຊຽນ ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດກັບ ສປ ຈີນ ປະຈຳປີ 2012”, ສ້າງຊື່ສຽງໃຫ້ປະເທດທີ່ສາມາດຜະລິດສິນຄ້າແຂ່ງຂັນໄດ້ຕະຫລາດ ສາກົນ. ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວໃນງານຖະແຫລງຂ່າວການໄດ້ຮັບລາງວັນ ດັ່ງກ່າວຂອງບໍລິສັດລາວ-ອິນໂດ ໄຊນາ ກຣຸບ ມະຫາຊົນ, ໃນມື້ວັນທີ່ 30/01/2013 ວ່າ: ລາງວັນນີ້ເປັນລາງວັນທີ່ຕັ້ງຂຶ້ນໃຫມ່ໃນຂອບການຮ່ວມມືອາຊຽນຈີນ, ກໍ່ຄືເຂດການຄ້າເສລີກັບຈີນ, ໃນເງື່ອນໄຂມາດຖານຂອງ ການເຂົ້າຮ່ວມຊີງລາງວັນດັ່ງກ່າວນີ້: ອີງຕາມເງື່ອນໄຂຂອງສະພາທຸລະກິດຈີນ-ອາຊຽນແຫ່ງ ສປ ຈີນ (CABC) ບໍລິສັດທີ່ຈະເຂົ້າຮ່ວມຊີງລາງວັນໃນຄັ້ງນີ້, ຈະຕ້ອງເປັນ ບໍລິສັດທີ່ໄດ້ຈົດທະບຽນໃນຂົງເຂດບັນດາກຸ່ມປະເທດອາຊຽນ, ມີລະບົບການລົງບັນຊີອິດສະຫລະ, ເປັນບໍລິສັດທີ່ມີຄວາມຮັບຜິດຊອບຢ່າງເຕັມທີ່ຕໍ່ກັບຜົນກໍາໄລ ແລະ ຂາດທຶນຂອງບໍລິສັດໂດຍກົງ, ມີຄວາມຮັບຜິດຊອບຕໍ່ຫນີ້ສິນ, ທາງແພ່ງຢ່າງອິດສະຫລະ ແລະ ຕ້ອງປະກອບດ້ວຍ 3 ເງື່ອນໄຂເຊັ່ນ: ຕ້ອງແມ່ນບໍລິສັດທີ່ດໍາເນີນທຸລະກິດແບບມີຜົນກຳໄລມາຕະຫລອດ ແລະ ຕ້ອງມີຄໍາເຫັນຈາກຄູ່ຮ່ວມທຸລະກິດໃນ ສປ ຈີນ; ບໍລິມາດການຄ້າ (ຫລື ການລົງທຶນ, ຜົນປະກອບການຂອງບໍລິສັດ) ທີ່ສູງ; ຕ້ອງເປັນບໍລິສັດທີ່ມີຄວາມພັດທະນາແບບຍືນຍົງ ແລະ ແຜນໄລຍະຍາວໃນການ ພັດທະນາທຸລະກິດ (ຫລື ການລົງທຶນ ແລະ ບໍລິການທາງການຄ້າແບບອື່ນໆ.

ເຊິ່ງເຂົ້າຮ່ວມຊີງລາງວັນດັ່ງກ່າວມີ 200 ກວ່າບໍລິສັດທີ່ມາຈາກ 10 ປະເທດຂອງອາຊຽນ, ເຊິ່ງ ສປປລາວ ເອງໄດ້ສົ່ງບໍລິສັດຂອງລາວທີ່ມີການຄ້າພົວພັນການຄ້າກັບຈີນ 3 ບໍລິສັດ ໄປຮ່ວມຄື: ບໍລິສັດເບຍລາວ, ບໍລິສັດດາວເຮືອງ ແລະ ບໍລິສັດລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ແຕ່ປະສົບຜົນສໍາເລັດແມ່ນບໍລິສັດລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ຖືກຄັດເລືອກໄດ້ລາງວັນ “10 ອັນດັບສຸດຍອດບໍລິສັດອາຊຽນ ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດກັບ ສປ ຈີນ ປີ 2012 ແລະ ກ່ອນຫນ້ານີ້ບໍລິສັດກໍ່ ໄດ້ຮັບລາງວັນອາຊຽນ ບິວຊີ ແນັດ ອາວອສ໌ ປີ 2012 ເຊັ່ນດຽວກັນອັນໄດ້ສ້າງຊື່ສຽງໃຫ້ກັບປະເທດ ວ່າລາວກໍ່ມີຄວາມສາມາດໃນການຜະລິດສິນຄ້າແຂ່ງຂັນໄດ້ກັບຕະຫລາດ ສາກົນ.

ທ່ານ ແສງມາລີ ແສງວັດທະນາ ປະທານສະພາຜູ້ອໍານວຍການບໍລິສັດລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ກ່າວວ່າ: ການໄດ້ຮັບ ລາງວັນດັ່ງກ່າວນີ້ໄດ້ສະແດງອອກໃຫ້ເຫັນເຖິງຄວາມອາດສາມາດໃນການປັບປ່ຽນກົນລະຍຸດການດຳເນີນທຸລະກິດຂອງບໍລິສັດ ໃຫ້ທັນກັບການປ່ຽນແປງໃຫມ່ຂອງຕະຫລາດສາກົນ, ການຕັດສິນໃຈໃນການດໍາເນີນທຸລະກິດທີ່ຖືກຕ້ອງ, ເນັ້ນຄວາມຫນ້າເຊື່ອຖື, ເນັ້ນຫນັກຄຸນນະພາບ ແລະ ລາຄາຂອງສິນຄ້າ ແລະ ການບໍລິການ, ບໍ່ຢຸດຢັ້ງໃນການພັດທະນານະວັດຕະກໍາໃຫມ່ເຂົ້າມານໍາໃຊ້ໃນອົງກອນ, ກໍ່ຄືການກຽມຄວາມພ້ອມແຂ່ງຂັນໃນຕະຫລາດເປີດເສລີການຄ້າປີ 2015. ເຂົ້າຮ່ວມໃນງານຖະແຫລງຂ່າວຄັ້ງນີ້ ໂດຍທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງໆປາກງື່ມ, ພ້ອມດ້ວຍປະທານສະພາ, ຜູ້ອຳນວຍການ, ບັນດາພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

You May Also Like

About the Author: admin