ຜູ້ຜະລິດແປ້ງມັນຕົ້ນໄທ ຖອດຖອນບົດຮຽນນຳໂຮງງານຜະລິດແປ້ງມັນຕົ້ນລາວ-ອິນໂດໄຊນາ

(30/01/2013) — ຫ່ວາງບໍ່ດົນມານີ້ຄະນະອຳນວຍການໂຮງ ງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນໄດ້ຕ້ອນຮັບຄະນະຜູ້ປະກອບການຜະລິດ ແປ້ງມັນຕົ້ນແຫ່ງຣາຊະອານາຈັກໄທ ເຂົ້າຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບການຜະລິດ ແລະ ການດຳເນີນທຸລະກິດຂອງໂຮງງານດັ່ງກ່າວ.

ໃນໂອກາດນີ້ ທ່ານ ນາງ ສຸດສະດາ ເພຍສຸຂະ ຜູ້ອຳນວຍການໃຫ່ຍບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນໄດ້້ຂື້ນ ລາຍງານເຖິງປະຫວັດຄວາມເປັນມາຂອງບໍລິສັດ ແລະ ການດຳເນີນງານຂອງບໍລິສັດຊຶ່ງປະກອບມີສອງວຽກຄື: ໂຄງການປູກ ແລະ ຜະລິດແປ້ງມັນຕົ້ນ ນອກຈາກນັ້ນຍັງໄດ້ລາຍງານສະພາບການເຄື່ອນໄຫວຂອງໂຮງງານກຳລັງການຜະລິດ, ນະໂຍບາຍຕໍ່ພະນັກງານ-ກຳມະກອນ, ການສົ່ງເສີມຊາວກະຊິກອນປູກແລະ ການຮັກສາສະພາບແວດລ້ອມ ຈາກນັ້ນ ທ່ານ ແສງມາລີ ແສງວັດທະນາ ປະທານສະພາ ຜູ້ອຳນວຍການບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນກໍ່ໄດ້ນຳພາຄະນະຜູ້ແທນແຫ່ງຣາຊະອານາຈັກໄທ ຊຶ່ງນຳໂດຍ ທ່ານ ບຸນໄຊ ສີໄຊຍົງພານິດ ຕາງໜ້າຄະນະສະມາຄົມຜະລິດແປ້ງມັນຕົ້ນຂອງໄທເຂົ້າຊົມການຜະລິດແປ້ງມັນຕົ້ນຂອງໂຮງງານໃນລະຫ່ວາງການຢ້ຽມຢາມ ແລະ ຖອດຖອນບົດຮຽນຢູ່ໂຮງງານແປ້ງມັນຕົ້ນ ທ່ານ ນາງ ພິມົນ ປອງແກ້ວ ທີ່ປຶກສາທູດເສດຖະກິດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ຮຽກຮ້ອງໃຫ້ບັນດາຜູ້ປະກອບການທຸລະກິດຜະລິດແປ້ງມັນຕົ້ນຂອງໄທ ຈົ່ງນຳເອົາບົດຮຽນຕ່າງໆທີ່ໄດ້ຈາກການຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນບໍລິສັດລາວ-ອິນໂດໄຊນາກຣຸບ ມະຫາຊົນໄປໝູນໄຊ້ເຂົ້າໃນການຜະລິດເພື່ອພັດທະນາການຜະລິດແປ້ງມັນຕົ້ນຂອງຕົນ.

You May Also Like

About the Author: admin