ປະຫວັດຄວາມເປັນມາຂອງບໍລິສັດ

ປະທານ
ທ່ານ ແສງມາລີ ແສງວັດທະນາ

ວິ​ໄສ​ທັດ

  • ພ້ອມ​ກັນພັດທະນາ​ຄຸນນະພາບ​​ແປ້ງ​ມັນ​ຕົ້ນ ລາວ-​ອິນ​ໂດ​ໄຊ​ນາ ກ້າວ​ເຂົ້າສູ່ມາດຕະຖານ​ສາກົນ,​ ຄຽງຄູ່​ກັບການດໍາ​ເນີນ​ທຸ​ລະ​ກິດ​ດ້ວຍ​ຄວາມ​ຊື່ສັດ​ ແລະ ​ໂປ່​ງ​ໃສ.

ພາລະກິດ:

  • ສົ່ງ​ເສີມ​ການ​ປູກ​ມັນ​ຕົ້ນ​ເພື່ອຄວາມ​ຮັ່ງມີ.
  • ຜະລິດ​ແປ້ງ​ທີ່​ມີ​ຄຸນະພາບ, ສະອາດ, ປອດ​ໄພ ປາສະຈາກ​ສານ​ເຈືອ​ປົນ.
  • ພ້ອມກັນ​ພັດທະນາ​ຊັບພະຍາກອນ​ບຸກຄົນ. 
  • ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ. 
  • ແຂ່ງຂັນ​ກັບ​ຕະຫຼາດສາກົນ​ທາງ​ດ້ານ​ລາຄາ ແລະ ຄຸນນະພາບ. 

ປະຫວັດຄວາມເປັນມາຂອງບໍລິສັດ

ເລີ່ມຕົ້ນປີ 2003 ຂ້າພະເຈົ້າໄດ້ສ້າງຕັ້ງບໍລິສັດ ລາວ-ອິນໂດໄຊນາ Air Service ຂື້ນໂດຍ​ໃຫ້ບໍລິການ​ໃນ​ການຈອງບ່ອນ, ຂາຍປີ້ຍົນ ພາຍໃນ ແລະ ຕ່າງປະເທດ (ທົ່ວໂລກ) ແລະ ໃນປີ 2004ໄດ້ເປີດ ບໍລິສັດການຄ້າ ຂາເຂົ້າ-ຂາອອກ ຄົບວົງຈອນ ໂດຍນຳເຂົ້າ ສິນຄ້າ: ພາຫະນະ,​ ອາໄຫ່ລ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ສົ່ງອອກສິນຄ້າກະສິກຳ ພ້ອມກັນນັ້ນ ຂ້າພະເຈົ້າໄດ້ໄປ ຊອກຫາຕະຫຼາດຢູ່ຕ່າງປະເທດອີກຫຼາຍຄັ້ງ ແລະ ເຫັນວ່າ ສປ ຈີນ ມີຄວາມຕ້ອງການ ແປ້ງມັນຕົ້ນເປັນຈຳນວນຫຼວງຫຼາຍເຖີງ 12 ລ້ານໂຕນຂຶ້ນໄປຕໍ່ປີ ຍ້ອນມີທ່າແຮງດັ່ງກ່າວບວກກັບດິນດອນຕອນຫຍ້າທີ່ອຸດົມສົມບູນ ຂອງປະເທດລາວ ແລະ ແຮງງານຂອງ ປະຊາຊົນລາວບັນດາ ເຜົ່າທີ່ມີມູນເຊື້ອ ດຸໝັ່ນ ຂະຫຍັນພຽນ ແລະ ເຄີຍປູກມັນຕົ້ນມາກ່ອນແລ້ວ, ສະນັ້ນ ຂ້າພະເຈົ້າຈຶ່ງ ສົມທົບກັບ ກົມສົ່ງເສີມການຜະລິດ ແລະ ການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ,ທະນາຄານນະໂຍບາຍ, ທະນາຄານພັດທະນາລາວ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງລົງຂົນຂວາຍ, ປຸກລະດົມ ຈັດຝຶກອົບຮົມ ໃຫ້ປະຊາຊົນ ຜູ້ທີ່ມີຈຸດປະສົງຕ້ອງການປູກມັນຕົ້ນຢູ່ ໃນເຂດ 03 ເມືອງ ທຸກຍາກຄື: ເມືອງຮົ່ມ, ເມືອງ ສັງທອງ ແລະ ເມືອງບໍລິຄັນ ນອກຈາກ ນີ້ກໍ່ຍັງມີປະຊາຊົນຈຳນວນຫຼວງຫຼາຍ ທີ່ໄດ້ເຂົ້າຮ່ວມໂຄງການໃນ 03 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຈຸດປະສົງໃນການຝຶກອົບຮົມ ເພື່ອໃຫ້ເຂົາເຈົ້າຮູ້ເຖີງເຕັກນິກວິຊາການ, ວິທີການປູກມັນຕົ້ນ ເພື່ອໃຫ້ໄດ້ຜົນຜະລິດສູງ ແລະ ວິທີເຂົ້າຫາແຫ່ງທຶນ.

ໃນຕົ້ນປີ 2005 ເປັນຕົ້ນມາບໍລິສັດໄດ້ເກັບຊື້ມັນຕົ້ນຊອຍຕາກແຫ້ງເພື່ອສົ່ງອອກຂາຍ​ຕ່າງປະເທດມາເປັນເວລາ 03 ປີ ເຫັນວ່າມີ ຄວາມຫຍຸ້ງຍາກຫຼາຍປະການເຊັ່ນ: ຄ່າຂົນສົ່ງສູງເນື່ອງ ຈາກວ່າປະເທດລາວມີເສັ້ນທາງຄົມມະນາຄົມຫ່າງໄກຈາກທະເລ ແລະ ການຊອຍຕາກແຫ້ງ, ການເກັບຮັກສາຂອງປະຊາຊົນກໍ່ພົບຄວາມຫຍຸ້ງຍາກ ສະນັ້ນຂ້າພະເຈົ້າຈຶ່ງມີ ແນວຄິດສ້າງຕັ້ງໂຮງງານ ຜະລິດແປ້ງມັນຕົ້ນຂື້ນ, ເພື່ອສ້າງເປັນມູນຄ່າເພີ່ມ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ ອີກດ້ວຍ ແລະ ເລືອກຕັ້ງໂຮງງານທີ່ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ໃນວັນທີ 02/07/2007 ເລີ່ມບຸກເບີກເນື້ອທີ່ສ້າງອາຄານ ຕິດຕັ້ງລະບົບເຄື່ອງຈັກ ຊຶ່ງນຳເອົາເຄື່ອງຈັກ ທີ່ທັນສະໄໝມາຈາກ ສປ ຈີນເຂົ້າມາຕິດຕັ້ງ, ມາຮອດວັນ​ທີ 19/06/2008 ໄດ້ເປີດການຜະລິດເປັນທາງການ ແລະ ມີທຶນຈົດທະບຽນທັງ​ໝົດ 5,500,000 USD, ມາ​ຮອດ​ປະ​ຈຸ​ບັນ​ມີ​ທຶນ​ຈົດທະບຽນ​ທັງ​ໝົດ​ແມ່ນ 100 ຕື້ກີບ (ເທົ່ເກັບ 12.5 ລ້ານ ໂດລາ), ພ້ອມ​ດຽວກັນ​ນັ້ນ​ ໂຮງງານ​ຜະລິດ​ແປ້ງມັນຕົ້ນ ລາວ- ອິນ​ໂດ​ໄຊ​ນາ ຍັງ​ເປັນໂຮງງານຜະລິດແປ້ງ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ທີ່ເປັນບໍລິສັດເອກະຊົນລາວລົງທຶນ 100%. 
ວິ​ທີ​ການ​ຊຸກຍູ້​ສົ່ງ​​ເສີມ​ການ​ປູກ​ມັນຕົ້ນ ຂອງ​ບໍລິສັດ​ແມ່ນ ຮູບແບບ 2+3

  • ປະຊາຊົນ: ເປັນ ດິນ ແລະ ແຮງງານ
  • ບໍລິສັດ:  ບຸກ​ເບີກ​ເນື້ອ​ທີ່​ດິນ, ສະໜອງ​ແນວ​ພັນ-​ເຕັກນິກ​ວິຊາ​ການ ​ແລະ ​ເກັບ​ຊື້​ຄືນ ຜົນຜະລິດໂດຍ​ມີ​ສັນຍາ​ຄ້ຳປະກັນ​ລາຄາຕໍ່າສຸດ

ມາ​ຮອດ​ປະຈຸ​ບັນ​ນີ້ ມີ​ເນື້ອ​ທີ່​ປູກ​ມັນຕົ້ນທັງ​ໝົດ 7,689 ​ເຮັກຕາ ຢູ່ໃນ​ 3 ​ແຂວງ, 14 ຕົວເມືອງ, 173 ໝູ່ບ້ານ. 2,582 ຄອບຄົວ.​ ໂຮງງານ​ມີ​ກຳລັງ​ຜະລິດ 300 ​ໂຕນຕໍ່ມື້ ​ແລະ ມີ​ຄວາມ​ຕ້ອງການ​ວັ​ດຖຸດິບ 1,000​ໂຕນ ຫາ 1,200​ໂຕນຕໍ່ວັນ, ບໍລິສັດ​ມີ​ຕະຫຼາດ​ໃຫ່ຍ ​ແລະ ​ເປົ້າໝາຍຫຼັກ​ຢູ່ປະ​ເທດ​ຈີນ.
ໃນປະຈຸບັນນີ້ ບໍລິສັດປະສົບຜົນສຳເລັດໃນລະດັບສູງ, ສະແດງໃຫ້ເຫັນວ່າ: ໄດ້ຮັບໃບຢັ້ງຢືນຂອງໂຮງງານຜະລິດແປ້ງມັນຕົ້ນ ທີ່ໄດ້ມາດຕະຖານ GMP & ISO 9001:2008 ຈາກ ປະເທດອັງກິດ, ແປ້ງມັນຕົ້ນກາເຈັດໃບເປັນແປ້ງທີ່ມີຄຸນນະພາບດີ ເປັນທີ່ນິຍົມ ຂອງລູກຄ້າພາຍໃນ ​ແລະ ຕ່າງປະເທດ (ໂດຍສະເພາະຢູ່ປະເທດ ສປ ຈີນ) ແລະ ຈັດ​ເປັນອັນດັບໜຶ່ງໃນປະເທດ ສປ ຈີນ.

ນອກຈາກນີ້ບໍລິສັດ ຍັງໄດ້ກຽມພ້ອມ ກ່ຽວກັບເລື່ອງສິ່ງແວດລ້ອມເພາະມັນເປັນສິ່ງທີ່ສຳຄັນທີ່ສຸດ ແລະເປັນຫົວໃຈຫຼັກຂອງ ໂຮງງານ, ສະນັ້ນ ເພື່ອແກ້ໄຂເລື່ອງນ້ຳເສຍນັ້ນ ທາງບໍລິສັດໄດ້ເຮັດອ່າງເກັບນ້ຳເສຍ 12 ອ່າງ, ແຕ່ລະອ່າງມີຄວາມຍາວ 250 ແມັດ, ກວ້າງ 50 ແມັດ ເລິກ 8 ແມັດ, ເພື່ອຮອງຮັບນ້ຳເສຍ ແລະ ບຳບັດໃຫ້ເປັນນ້ຳທີ່ດີອອກສູ່ທຳມະຊາດ. ພ້ອມດຽວກັນນັ້ນທາງບໍລິສັດກໍ່ໄດ້ເຊັນສັນຍາຮ່ວມມືກັບ ບໍລິສັດ ໄທ ໄບໂອແກ໊ດ ໂດຍແມ່ນ ນັກລົງທຶນຄົນ ປະເທດຟິນແລນ ເພື່ອສ້າງຕັ້ງໂຮງງານ BIO-GAS ແລະ ໃນປະຈຸບັນນີ້ກໍ່ຢູ່ໃນໄລຍະການກໍ່ສ້າງຄາດວ່າ ໃນທ້າຍປີ 2011 ນີ້ຈະໄດ້ນຳໃຊ້ ແກ໊ດ.


ມາ​ຮອດ​ປະຈຸ​ບັນບໍລິສັດ​ໄດ້​ດໍາເນີນ​ມາ​ເປັນ​ເວລາ 08 ປີກ​ວ່າ ​ແລະ​ ມີ​ 04 ກິດຈະການຄື:

  • ກິດຈະການ: ຂອງບອ່ນ, ຂາຍປີ້ຍົນ ພາຍໃນ ແລະຕ່າງປະເທດ (ທົ່ວໂລກ).
  • ກິດຈະການ: ການຄ້າ ຂາເຂົ້າ-ຂາອອກ ຄົບວົງຈອນ.
  • ກິດຈະການ: ສົ່ງເສີມການປູກມັນຕົ້ນ.
  • ກິດຈະການ: ໂຮງງານຜະລິດແປ້ງມັນຕົ້ນ

ສໍາລັບກິດຈະການທີ່ຈະນໍາເຂົ້າ ຈົດທະບຽນໃນຕະຫຼາດຫຼັກຊັບແມ່ນ ມີ 2 ກິດຈະການຄື:  ກິດຈະການ ໂຮງງານຜະລິດແປ້ງມັນຕົ້ນ ແລະ ກິດຈະການ ສົ່ງເສີມການປູກມັນຕົ້ນ

FOR MORE INFORMATION PLEASE CLICK AND CONTACT OUR TEAM...