ປະທານກຳມະບານລາວຢ້ຽມຢາມໂຮງງານແປ້ງມັນຕົ້ນ

(11/02/2013) – ເນື່ອງໃນໂອກາດວັນສ້າງຕັ້ງກຳມະບານລາວຄົບຮອບ 57 ປີ (1/2/1956 – 1/2/2013) ທ່ານ ຄຳຫລ້າ ລໍລອນສີ ກຳມະການສູນກາງພັກ, ປະທານສະຫະພັນກຳມະບານລາວ ໄດ້ລົງຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດລາວ – ອິນໂດໄຊນາກຣຸບມະຫາຊົນໃນວັນທີ 8 ກຸມພາ 2013.

ໃນໂອກາດດັ່ງກ່າວທ່ານ ນາງ ສຸດສະດາ ເພຍສຸຂະ ຜູ້ອຳນວຍການໃຫຍ່ ບໍລິສັດລາວ – ອິນໂດໄຊນາກຣຸບ ມະຫາຊົນ ໄດ້ລາຍງານປະຫວັດການກຳເນີດ ແລະ ຂະຫຍາຍຕົວຂອງໂຮງງານວ່າ: ໂຮງງານຂອງພວກເຮົາມີພະນັກງານກຳມະ ກອນທັງຫມົດ 335 ຄົນ, ມີກຳລັງການຜະລິດແມ່ນ 300 ໂຕນຕໍ່ມື້ ແລະ ໃນອະນາຄົດອັນໃກ້ໆນີ້ຖ້າຫາກວ່າໂຮງງານ ຫລັງທີ 2 ສ້າງສຳເລັດຈະມີກຳລັງການຜະລິດແມ່ນ 450 ໂຕນຕໍ່ມື້; ການຜະລິດໄດ້ມາດຕະຖານ ISO/9001 : 2008 ແລະ ມາດຕະຖານ URS, ໄດ້ຮັບໃບຢັ້ງຢືນ GMP; ໃບຢັ້ງຢືນການຜະລິດທີ່ມີຄຸນນະພາບແລະປອດໄພ, ໄດ້ຮັບລາງວັນຕົວແບບ ແລະ ລາງວັນດ້ານອື່ນໆ ອີກ.

ໄປຄຽງຄູ່ກັບການຜະລິດດັ່ງກ່າວພວກເຮົາຍັງໄດ້ມີນະໂຍບາຍຕໍ່ພະນັກງານ – ກຳມະກອນມາ ໂດຍຕະຫລອດເປັນຕົ້ນແມ່ນ: ກຳມະກອນຜູ້ຫນຶ່ງຈະໄດ້ຮັບເງິນເດືອນຕ່ຳສຸດແມ່ນ 1.400.000 ກີບ/ເດືອນ ແລະ ມີອາຫານໃຫ້ກິນມື້ລະ 3-4 ຄາບ, ມີເຄື່ອງນຸ່ງຫົ່ມ, ມີຫໍພັກໃຫ້, ມີປະກັນສຸຂະພາບ-ກວດສຸຂະພາບ, ມີແພດປະຈຳ, ເວລາເຈັບມີເງິນຈ່າຍຄ່າປິ່ນປົວ ແລະ ມີນະໂຍບາຍອື່ນໆ.

ບໍລິສັດແມ່ນໄດ້ສົ່ງເສີມການປູກມັນຕົ້ນ ຊຶ່ງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນໃນເຂດຂອງໂຄງການຂອງບໍລິສັດ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ດີຂຶ້ນ ແລະ ເປັນການຫລຸດຜ່ອນຄວາມທຸກຍາກໃຫ້ກັບປະຊາຊົນຈາກນັ້ນ, ປະທານສະຫະພັນກຳມະບານລາວກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ທາງໂຮງງານຍາດມາໄດ້ ຊຶ່ງທ່ານ ກ່າວວ່າ: ການລົງທຶນດັ່ງກ່າວແມ່ນຖືກຕ້ອງຕາມແນວ ທາງຂອງພັກເປັນການປະກອບສ່ວນດ້ານງົບປະມານ ແກ້ໄຂ ຄວາມທຸກຍາກກໍ່ຄືສ້າງວຽກເຮັດງານທຳໃຫ້ກັບປະຊາຊົນອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ນັບດີຂຶ້ນ ໂດຍສະເພາະແມ່ນປະຊາຊົນຢູ່ 3 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ປະຊາຊົນແຂວງ ບໍລິຄຳໄຊ.

ພ້ອມນີ້ທ່ານປະທານຍັງໄດ້ເນັ້ນໃຫ້ຄະນະນຳພະນັກງານ – ກຳມະກອນກຳມະບານພາຍໃນໂຮງງານໃຫ້ເອົາໃຈໃສ່ຮັກສາໃຫ້ໄດ້ດ້ານປະລິມານ ແລະ ຄຸນນະພາບໃຫ້ດີຍິ່ງໆຂຶ້ນ, ໃຫ້ເອົາໃຈໃສ່ນະໂຍບາຍດ້ານເງິນເດືອນຂອງກຳມະກອນຕື່ມ ແລະ ພິເສດໃຫ້ຄະນະຫນ່ວຍກຳມະບານໂຮງງານສືບຕໍ່ສ້າງສະມາຊິກໃຫ້ໄດ້ຫລາຍໆ ແລະ ດີແທ້ບໍ່ໃຫ້ຫລຸດ 50-70% ຂຶ້ນໄປ.

ຈາກນັ້ນທ່ານ ແສງມາລີ ແສງວັດທະນາ ປະທານສະພາຜູ້ອຳນວຍການບໍລິສັດລາວ-ອິນໂດໄຊນາກຣຸບກໍ່ໄດ້ກ່າວຂອບໃຈຕໍ່ການມາຢ້ຽມຢາມພ້ອມທັງກ່າວຮັບການຊີ້ທິດເຍືອງທາງ ຈາກທ່ານປະທານສະຫະພັນກຳມະບານລາວ ແລະ ຈະນຳເອົາຄຳຊີ້ນຳຂອງປະທານມາປະຕິບັດໃຫ້ເກີດດອກອອກຜົນໃນຕໍ່ຫນ້າ.

You May Also Like

About the Author: admin