ຈາກຄວາມເອົາໃຈໃສ່ ຈົນຍາດມາໄດ້ລາງວັນທຸລະກິດອາຊຽນ

(07/01/2013) ປັດຈຸບັນ ພັກ-ລັດຖະບານ ໄດ້ເປີດກວ້າງການສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ບັນດາຫົວ ໜ່ວຍທຸລະກິດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ຄຽງຄູ່ກັບການສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ ແນໃສ່ປະກອບສ່ວນເຈົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດໃນການລຶບລ້າງຄວາມທຸກຍາກ ຂອງພັກ-ລັດຖະບານ.ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ເປັນຫົວໜ່ວຍທຸລະກິດໜຶ່ງ ທີ່ໄດ້ເອົາໃຈໃນການພັດທະນາທຸລະກິດ ໂດຍສະເພາະແມ່ນເອົາໃຈໃສ່ດ້ານຄຸນນະພາບຂອງຜະລິດ ຕະພັນ ຄຽງຄູ່ກັນນັ້ນຍັງເປັນສ່ວນໜຶ່ງໃນການສ້າງລາຍຮັບໃຫ້ກັບປະຊາຊົນ ທ້ອງຖິ່ນຕ່າງໆ ດ້ວຍການສົ່ງເສີມໃຫ້ເຂົາເຈົ້າປູກມັນຕົ້ນເພື່ອສະໜອງວັດຖຸດິບເຂົ້າໃນໂຮງງານ ຊຶ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ກໍຄື ລັດຖະບານ ໃນການສ້າງມູນຄ່າເພີ່ມ ສ້າງວຽກເຮັດງານທຳ ແລະ ອື່ນໆ ຈົນສາມາດໄດ້ຮັບການຢັ້ງຢືນຈາກອົງການຕ່າງໆ ໄດ້ຮັບລາງວັນທຸລະກິດລະດັບອາ ຊຽນ ແລະ ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ-ການຄ້າ ໃນມໍ່ໆຜ່ານມາ ໃນຖານະທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ດີເດັ່ນ ປະຈຳປີ 2012.

ທ່ານ ນາງ ສຸດສະດາ ເພຍສຸຂະ ຜູ້ອຳນວຍ ການໃຫຍ່ ບໍລິສັດ ລາວ-ອິນໂດໄຊານາ ກຣຸບ ມະຫາ ຊົນ ກ່າວວ່າ: ການໄດ້ຮັບລາງວັນ ທຸລະກິດອາຊຽນ 2012 ແມ່ນເນື່ອງມາຈາກການເອົາໃຈໃສ່ຕໍ່ດ້ານຕ່າງໆເຊັ່ນ: ການສ້າງຜົນປະໂຫຍດຕໍ່ສັງຄົມ ກໍຄືການສ້າງວຽກເຮັດງານທຳໃຫ້ກັບກຳມະກອນ 300 ກວ່າຊີວິດ ສ້າງວຽກເຮັກງານທຳ ສ້າງລາຍຮັບໃຫ້ກັບຊາວກະສິ ກອນທີ່ປູກມັນຕົ້ນສະໜອງເຂົ້າໃນການຜະລິດ 4.776 ຄອບຄົວ ດ້ານຄຸນນະພາບຂອງແປ້ງໄດ້ຮັບໃບ ຢັ້ງຢືນ iso 9001-2008 ແລະ GMP ຈາກສາກົນ ແລະ ກົມອາຫານ ແລະຢາ ກະຊວງ ສາທາລະນະສຸກ ດ້ານການດຳເນີນທຸລະກິດ ແມ່ນໂປ່ງໃສ ແລະ ສາມາດກວດສອບບັນຊີໄດ້ ແລະ ທາງດ້ານສິ່ງແວດລ້ອມ ແມ່ນທາງບໍລິສັດໄດ້ຮ່ວມມືກັບ ບໍລິສັດ TBEC ໃນການສ້າງໂຮງງານຜະລິດ Bio-Gas ສະໜອງເຂົ້າໃນການຜະລິດແປ້ງມັນຕົ້ນ ທົດແທນການນຳໃຊ້ພະລັງງານຈາກຖ່ານຫີນ ພາຍຫຼັງທີ່ສຳເລັດ ແລະ ໄດ້ນຳໄຊ້ເຂົ້າໃນຂັ້ນຕອນການຜະລິດ ຈະເຮັດໃຫ້ໂຮງງານສາມາດປະຢັດພະລັງງານໄດ້ເຖິງ 30% ເພື່ອເປັນການຫຼຸດຕົ້ນທຶກການຜະລິດ ພ້ອມນັ້ນຍັງໄດ້ຮັບກາກບອນ ເຄຣດິດ ໃນການຫຼຸດຜ່ອນມົນລະພິດທາງອາກາດ ນຳໃຊ້ນ້ຳເສຍຈາກຂະບວນການຜະລິດແປ້ງ ເພື່ອຜະລິດ Bio-Gas ໃຫ້ເປັນນ້ຳທີ່ດີ ສາມາດປ່ອຍອອກສູ່ທຳມະຊາດ.

ທ່ານ ກິດສະໜາ ວົງໄຊ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ການທີ່ໂຮງງານຜະລິດແປ້ງມັນຕົ້ນ ຂອງ ບໍລິສັດ ລາວ-ອິນໂດໄຊນາ ກຣຸບ ມະຫາຊົນ ໄດ້ຮັບລາງວັນ Asean Business Award 2012 ຖືວ່າເປັນນິມິດໝາຍອັນ ໜຶ່ງຂອງວົງການ ທຸລະກິດລາວ ເປັນໄລຍະດຽວທີ່ ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນ ອົງການການຄ້າໂລກ ຊຶ່ງຈະມີບັນຍາກາດໃໝ່ໆກະຕຸ້ນໃຫ້ນັກທຸລະກິດລາວ ປັບປຸງ ແລະ ພັດທະນາທີດີຂື້ນ ເພື່ອແກ່ງແຍ່ງແຂ່ງຂັນໃນອານາຄົດ ສຳລັບລາງວັນດັ່ງກ່າວນີ້ແມ່ນມີຄວາມ ໝາຍສຳຄັນ ເນື່ອງຈາກໃນອາຊຽນ ແມ່ນມີສະພາອຸດສາຫະກຳ-ການຄ້າ ອາຊຽນ ຊຶ່ງໃນນັ້ນ ສະພາການຄ້າ-ອຸດສາຫະກຳແຫ່ງຊາດລາວ ກໍໄດ້ເຂົ້າເປັນສະມາຊິກ ເພື່ອສົ່ງເສີມພາກທຸ ລະກິດ ຂອງແຕ່ລະປະເທດ ໃຫ້ມີຄວາມເຂັ້ມແຂງ ປະສານ ສົມທົບພາຍໃຕ້ນະໂຍບາຍຂອງ ການຮ່ວມມືລະຫວ່າງອາຊຽນ ຄຽງຄູ່ກັນນັ້ນຍັງມີສະພາທີ່ປຶກສາ ທຸລະກິດອາຊຽນ ຊຶ່ງອົງກອນ ດັ່ງກ່າວ ໄດ້ເຮັດວຽກຄຽງບ່າຄຽງໄລ່ກັບ ກອງປະຊຸມລະດັບສູງສຸດຂອງການນຳອາຊຽນທີ່ໄດ້ຈັດ ຂື້ນໃນແຕ່ລະປີ ພ້ອມນັ້ນຍັງໄດ້ຈັດ ກອງປະຊຸມ ທຸລະກິດ ແລະ ການ ລົງທຶນ ອາຊຽນ (Asean Business Ivestment Forum) ທີ່ໄດ້ຈັດຂື້ນທຸກປີ ແລະ ໃນປີ 2011 ສະພາການຄ້າ-ອຸດສາຫະກຳ ອາຊຽນ ໄດ້ມາປຶກສາເພື່ອກະຕຸ້ນໃຫ້ພາກທຸລະກິດໃນບັນດາປະເທດອາຊຽນ ແລະກະຕຸ້ນໃຫ້ບັນດານັກທຸລະກິດມີການແຂ່ງຂັນກັນ ເພື່ອໃຫ້ເຂົາເຈົ້າໄດ້ຮັບລາງວັນໃດໜຶ່ງ ໃນລະດັບອາຊຽນ ຫຼັງຈາກນັ້ນຈຶ່ງໄດ້ມາຕົກລົງເປັນເອກະພາບກັນໃນປີ 2007 ແລະ ມີລາງວັນ Asean Business Award ຂື້ນທີ່ປະເທດ ສິງກະໂປ ເປັນຄັ້ງທຳອິດ ຫຼັງຈາກນັ້ນ ກໍໄດ້ມາປຶກສາຫາລືກ່ຽວກັບລາງວັນດັ່ງກ່າວ ແມ່ນຕ້ອງໃຫ້ຢູ່ໃນມາດຕະຖານສູງ ບໍ່ໝາຍຄວາມວ່າຈະເປັນລາງວັນປອບໃຈ ລາງວັນຊົມເຊີຍ ເປັນລາງວັນທີ່ໃຫ້ກັນໂດຍບໍ່ມີ ຄຸນຄ່າ ດັ່ງນັ້ນຈຶ່ງໄດ້ວາງເງື່ອນໄຂ ແລະ ມາດຕະຖານຂອງບັນດາຫົວໜ່ວຍທຸລະກິດທີ່ຈະເຂົ້າ ຮ່ວມແມ່ນສູງ ໂດຍສະເພາະແມ່ນປະເທດສະມາຊິກອາຊຽນເກົ່າ ເຂົາເຈົ້າແມ່ນມີມາດຖານ ພຽບພ້ອມກວ່າປະເທດສະມາຊິກໃໝ່ ໂດຍສະເພາະແມ່ນ ສປປ ລາວ ທີ່ຍັງອ່ອນນ້ອຍ ສະນັ້ນນັບແຕ່ປີ 2007-2012 ບັນດາທຸລະກິດຂອງລາວ ຍັງບໍ່ໄດ້ຮັບລາງວັນດັ່ງກ່າວ ຫຼັງຈາກນັ້ນໄດ້ມາປຶສາຫາລືໃນການຫຼຸດເງື່ອນໄຂ ແລະ ມາດຕະຖານຂອງບັນດາບໍລິສັດທີ່ຈະ ເຂົ້າຮ່ວມ ຊຶ່ງອຸດສາຫະກຳຂະໜາດໃຫຍ່ ແລະ ອຸດສາຫະກຳຂະໜາດນ້ອຍ ແລະ ກາງ (SME) ຊຶ່ງລົງເລິກ 4 ມາດຖານ ເຊັ່ນ: ການເຕີບໂຕຢາງໄວວາ ນະວັດຕະກຳຂອງໂຮງງານ ການສ້າງວຽດເຮັດງານທຳ ແລະ ການມີສ່ວນຮ່ວມກັບສັງຄົມ ໃນເມື່ອວາງມາດຕະຖານຄືແນວນັ້ນແລ້ວ ພວກເຮົາຍັງຮັກສາມາດຕະຖານທີ່ເຂັ້ມແຂງອັນເກົ່າ ແຕ່ແຕກຕ່າງກັບມາດຕະຖານຂອງທຸລະກິດຂະໜາດໃຫຍ່ ຊຶ່ງຕ້ອງໄດ້ລົງທຶນໃນອີກປະເທດໜຶ່ງຂອງອາຊຽນ ຈຶ່ງສາມາດເຂົ້າຮ່ວມການປະກວດ.

ດັ່ງນັ້ນບໍລິສັດ ລາວ-ອິນຖໂດໄຊນາ ກຣຸບ ມະຫາຊົນ ເປັນໜຶ່ງໃນບັນດາເກືອບ 200 ບໍລິສັດ ໃນປີ 2012 ໃນຂອບເຂດ 10 ປະເທດອາຊຽນ ທີ່ສະໝັກເຂົ້າຮ່ວມການແຂ່ງຂັນ ໃນການຍືນເຂົ້າໄປນັ້ນເຂົາເຈົ້າໄດ້ວາງເງື່ອນໄຂສະເພາະ ໂດຍມີອົງການກວດສອບບັນຊີສາກົນ ທີ່ບໍ່ພຽງກວດສອບບັນຊີ ຊຶ່ງລວມໄປເຖິງຄວາມໂປ່ງໃສ ແລະ ອື່ນໆ ຫຼັງຈາກກວດກາດ້ານເອກະສານແລ້ວ ກໍໄດ້ລົງກວດກາສະພາບຕົວຈິງ ກ່ອນສົ່ງເຂົ້າໃຫ້ກຳມະການ ສະຫຼຸບແລ້ວປີ 2012 ມີບໍລິສັດທີ່ໄດ້ລາງວັນດັ່ງກ່າວ 26 ບໍລິສັດ ແລະ ໃນນັ້ນ 12ບໍລິສັດ ເປັນອຸດສາຫະກຳຂະໜາດໃຫຍ່ ແລະ ບໍລິສັດ ລາວ-ອິນໂດໄຊນາ ກຣຸບມະຫາຊົນ ເປັນໜຶ່ງໃນ 14 ບໍລິສັດ ເຊື່ງເປັນບໍລິສັດທຳອິດ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນດັ່ງກ່າວ ນັບແຕ່ລິເລີ່ມໃນປີ 2007 ເປັນໃບໜ້າໃບຕາໃຫ້ກັບວົງການທຸລະກິດຂອງ ສປປ ລາວ ແລະ ຂ້າພະເຈົ້າຄິດວ່າຍັງມີຫຼາຍບໍລິສັດ ທີ່ມີເງື່ອນໄຂ ແຕ່ຕ້ອງເລີ່ມຕົ້ນຈາກຕົນເອງ ໃນການອອກສູ່ສາກົນ

.ທ່ານ ກິດສະໜາ ກ່າວຕື່ມວ່າ: ລາງວັນດັ່ງກ່າວ ບໍ່ແມ່ນເປັນພຽງແຕ່ການຍ້ອງຍໍຊົມເຊີຍກັນເທົ່ານັ້ນ ແຕ່ໄດ້ມາຈາກການຄັດເລືອກຕາມມາດຕະຖານ ແລະ ເງື່ອນໄຂຈາກອົງການດວກສອບບັນຊີສາກົນ ຊຶ່ງສະແດງເຖິງຄວາມຕັ້ງໃຈຂອງການ ນຳຂອງບໍລິສັດ ໃນການເອົາໃຈໃສ່ປະຕິບັດຕາມເງື່ອນໄຂ ໂດຍສົມທົບກັບອົງການກ່ຽວຂ້ອງຂອງລັດ ຈົນສາມາດໄດ້ຮັບລາງ ວັນໃນຄັ້ງນີ້.

You May Also Like

About the Author: admin